ພາສາລາວ

ເຮືອບິນໂດຍສານ C919 ທີ່ຜະລິດໂດຍຈີນໄດ້ເປີດເສັ້ນທາງການບິນລະຫວ່າງຊຽງໄຮ້ ແລະ ຊີ່ອ່ານ

CRI2024-03-08 11:01:29
Share
Share this with Close
Messenger Pinterest LinkedIn

ບໍລິສັດການບິນໄຊນ່າ ອິສເຕີນ ຂອງຈີນແຈ້ງໃຫ້ຮູ້ວ່າ, ຄຽງຄູ່ ກັບການມອບຮັບ ແລະ ເປີດນຳໃຊ້ເຮືອບິນໂດຍສານຂະໜາດໃຫຍ່ C919 ເປັນລຳທີ 5, ເຮືອບິນໂດຍສານ C919 ຂອງ ບໍລິສັດການບິນໄຊນ່າ ອິສເຕີນໄດ້ສືບຕໍ່ເປີດເສັ້ນທາງການບິນສາຍໃໝ່. ນັບແຕ່ວັນທີ 8 ມີນານີ້ເປັນຕົ້ນໄປ, ເຮືອບິນໂດຍສານ C919 ຂອງ ບໍລິສັດການບິນໄຊເນີ ອິສເຕີນຈະເລີ່ມເປີດບໍລິການເສັ້ນທາງການບິນທຸລະກິດສາຍທີ 3 ຢ່າງເປັນປົກກະຕິ.

ຕອນເຊົ້າວັນທີ 8 ມີນານີ້, ເຮືອບິນ C919 ຂອງບໍລິສັດການບິນໄຊນ່າ ອິສເຕີນໄດ້ບັນທຸກຜູ້ໂດຍສານ 150 ກວ່າຄົນ, ເດີນທາງອອກຈາກສະໜາມບິນສາກົນຫົງສຽວນະຄອນຊຽງໄຮ້ບິນໄປສູ່ສະໜາມບິນສາກົນສຽນຢາງນະຄອນຊີ່ອ່ານ. ເຊິ່ງເປັນ ເສັ້ນທາງການບິນທາງທຸລະກິດສາຍທີ 3ທີ່ເປັນປົກກະຕິ ທີ່ບໍລິການດ້ວຍ ເຮືອບິນ ໂດຍສານ C919 ຂອງບໍລິສັດການບິນໄຊນ່າ ອິສເຕີນ ເຊິ່ງຖັດຈາກເສັ້ນທາງການບິນຊຽງໄຮ້-ເສີງຕູ່, ແລະເສັ້ນທາງການບິນປັກກິ່ງ-ຊຽງໄຮ້.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທາງລົດໄຟສາຍນິງໂປ່-ໂຈ່ວຊ່ານ ຄືກັບຂົວຮົງກົງ-ຈູ່ຈ່ຽງ-ມາກ໊າວ

123全文 3 下一页

Share this story on

Messenger Pinterest LinkedIn