ພາສາລາວ

ທ່ານສີຈິ້ນຜິງເຂົ້າຮ່ວມກອງປະຊຸມຄົບຄະນະຂອງຄະນະຜູ້ແທນກອງທັບປົດປ່ອຍປະຊາຊົນ ແລະ ກອງຕຳຫຼວດປະກອບອາວຸດ

cri2024-03-08 10:13:05
Share
Share this with Close
Messenger Pinterest LinkedIn

ຕອນບ່າຍວັນທີ 7 ມີນານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ະຄນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະຂອງຄະນະຜູ້ແທນກອງທັບປົດປ່ອຍປະຊາຊົນ ແລະ ກອງຕຳຫຼວດປະກອບອາວຸດ ທີ່ມາເຂົ້າຮ່ວມກອງປະຊຸມຄັ້ງທີ 2 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ໂດຍກ່າວເນັ້ນວ່າ: ຄວາມສາມາດຍຸດທະສາດໃນຂົງເຂດຈະເລີນໃໝ່ ແມ່ນສ່ວນປະກອບທີ່ສຳຄັນໃນລະບົບແລະຄວາມສາມາດຍຸດທະສາດແຫ່ງຊາດ ເຊິ່ງພົວພັນເຖິງການພັດທະນາເສດຖະກິດສັງຄົມຈີນດ້ວຍຄຸນນະພາບສູງ ແລະ ພົວພັນເຖິງຄວາມໝັ້ນຄົງ ແລະ ສິດເປັນເຈົ້າການໃນການຕໍ່ສູ້ທາງການທະຫານຂອງປະເທດ, ມີຄວາມໝາຍສຳຄັນຕໍ່ການຊຸຍກູ້ການສ້າງສາປະເທດໃຫ້ເຂັ້ມແຂງ ແລະ ພາລະກິດອັນຍິ່ງໃຫຍ່ໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊົນຊາດຈີນຢ່າງຮອບດ້ານ ດ້ວຍຄວາມທັນສະໄໝແບບຈີນ. ຕ້ອງເພີ່ມທະວີການຮັບພາລະໜ້າທີ່ ແລະ ມີນ້ຳໃຈຮັບຜິດຊອບ, ລົງເລິກການປະຕິຮູບ ແລະ ການປະດິດສ້າງໃໝ່ ພ້ອມທັງຍົກສູງຄວາມສາມາດດ້ານຍຸດທະສາດໃນຂົງເຂດຈະເລີນໃໝ່ຢ່າງຮອບດ້ານ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທາງລົດໄຟສາຍນິງໂປ່-ໂຈ່ວຊ່ານ ຄືກັບຂົວຮົງກົງ-ຈູ່ຈ່ຽງ-ມາກ໊າວ

ງານວາງສະແດງລົດຍົນເຊີແນວທີ່ອັດສະຈັນ

ງິ້ວທີ່ເປັນມູນເຊື້ອເຂົ້າເຖິງປະຊາຊົນຮາກຖານ

ສຳນວນທີ່ປະທັບໃຈຂອງທ່ານສີຈິ້ນຜິງໃນກອງປະຊຸມສອງສະພາທີ່ຜ່ານມາ

ຂ້າພະເຈົ້າແມ່ນຜູ້ແທນປະຊາຊົນ

ເພງສັດປະຈຳລາສີ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn