ພາສາລາວ

ວຽກງານບັນທຸກຄົນສຳຫຼວດດວງຈັນຂອງຈີນກຳລັງດຳເນີນຢ່າງມີລະບຽບ

CRI2024-02-25 12:40:21
Share
Share this with Close
Messenger Pinterest LinkedIn

ຕາມແຜນການ, ຈີນຈະບັນລຸການບັນທຸກຄົນຂຶ້ນດວງຈັນ ແລະ ດຳເນີນການຄົ້ນຄວ້າວິທະຍາສາດກ່ອນປີ 2030. ອີງຕາມແຜນການເບື້ອງຕົ້ນທີ່ປະກາດໂດຍຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນ: ໃນໜ້າວຽກບັນທຸກຄົນຂຶ້ນດວງຈັນໃນອະນາຄົດ, ຈີນຈະນຳໃຊ້ຈະຫຼວດສົ່ງຍານCZ- 10 ສອງໜ່ວຍສົ່ງຍານລົງຈອດ ແລະ ຍານອະວະກາດເມີ້ງໂຈ່ວໄປຮອດວົງໂຄຈອນການຍົກຍ້າຍລະຫວ່າງໜ່ວຍໂລກ ກັບ ດວງຈັນຕາມລຳດັບ.

ຫວ່າງມໍ່ໆມານີ້, ທ່ານຈີ້ສີມີງ ຜູ້ຊ່ວຍຫົວໜ້າຫ້ອງການ ທັງເປັນໂຄສົກໂຄງການການບິນອະວະກາດບັນທຸກຄົນຂອງຈີນແນະນຳໃຫ້ຮູ້ວ່າ: ຍານອະວະກາດສອງໜ່ວຍຈະເຊື່ອມຕໍ່ກັນຢູ່ຕາມວົງໂຄຈອນດວງຈັນ ແລ້ວນັກບິນອະວະກາດເຂົ້າຍານລົງຈອດ ແລະ ສົ່ງໄປຮອດໜ້າດິນດວງຈັນດ້ວຍຍານລົງຈອດ, ນັກບິນອະວະກາດຈະດຳເນີນການສຳຫຼວດວິທະຍາສາດ ແລະ ເກັບຕົວຢ່າງຢູ່ດວງຈັນຕາມແຜນ.ເມື່ອໄດ້ສຳເລັດໜ້າທີ່ຕາມແຜນແລ້ວ, ນັກບິນອະວະກາດຈະຂີ່ຍານລົງຈອດບິນຂຶ້ນສູ່ວົງໂຄຈອນດວງຈັນ, ຍານອະວະກາດສອງໜ່ວຍຈະເຊື່ອມຕໍ່ກັນອີກເທື່ອໜຶ່ງ, ນັກບິນອະວະກາດຈະຍ້າຍຕົວຢ່າງທີ່ເກັບໄວ້ໄປຮອດຍານອະວະກາດເມີ້ງໂຈ່ວ, ຍານອະວະກາດເມີ້ງໂຈ່ວຈະກັບຄືນສູ່ໜ່ວຍໂລກຈາກວົງໂຄຈອນຍົກຍ້າຍລະຫວ່າງດວງຈັນ ກັບ ໜ່ວຍໂລກ.

ທ່ານຈີ້ສີມີງແນະນຳໃຫ້ຮູ້ຕື່ມວ່າ: ຈີນໄດ້ສຳເລັດການແກ້ໄຂບັນຫາຫຍຸ້ງຍາກດ້ານເຕັກນິກຂໍກະແຈ ແລະ ວຽກງານຈັດວາງແຜນການໃນທ້າຍປີ 2023, ປັດຈຸບັນ, ວຽກງານຄົ້ນຄວ້າຕ່າງໆກຳລັງເລັ່ງລັດດຳເນີນຢູ່.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ສຽງດົນຕີມ່ວນໆມາຮອດແລ້ວ! “ງານລາຕີສະຫຼອງບຸນເຂົ້າໜົມບົວລອຍປີ 2024” ຂອງCMGຈະອອກອາກາດໃນຕອນຄ່ຳມື້ນີ້

ຕີດອກເຫຼັກຕ້ອນຮັບວັນບຸນຂະໜົມບົວລອຍ

ເຊີດມັງກອນຕ້ອນຮັບວັນບຸນຂະໜົມບົວລອຍ

ລາຍການງານລາຕີສະເຫຼີມສະຫຼອງບຸນເຂົ້າໜົມບົວລອຍປີມັງກອນ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn