ພາສາລາວ

ລັດຖະມົນຕີກະຊວງການຕ່າງປະເທດຈີນພົບປະກັບທີ່ເປິກສາວຽກງານການຕ່າງປະເທດຂອງນາຍົກລັດຖະມົນຕີເຢຍລະມັນ

cri2024-02-24 14:56:37
Share
Share this with Close
Messenger Pinterest LinkedIn

ວັນທີ 23 ກຸມພານີ້, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານປຣຸດເນ ທີ່ເປິກສາວຽກງານການຕ່າງປະເທດຂອງນາຍົກລັດຖະມົນຕີເຢຍລະມັນຢູ່ນະຄອນຫຼວງປັກກິ່ງຂອງຈີນ.

ທ່ານຫວາງຢີ້ກ່າວວ່າ: ປີນີ້ແມ່ນປີທີ່ຈີນ-ເຢຍລະມັນສ້າງການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຄົບຮອບ 10 ປີ. ຈີນຍິນດີຮ່ວມກັບເຢຍລະມັນເພີ່ມທະວີການແລກປ່ຽນໃຫ້ຕື່ມອີກ, ປັບປຸງຄວາມໄວ້ເນື້ອເຊື່ອໃຈກັນດ້ານຍຸດທະສາດ, ລົງເລິກການຮ່ວມມື ແລະຊຸກຍູ້ໃຫ້ການພົວພັນລະຫວ່າງສອງຝ່າຍຂະຫຍາຍໄປຂ້າງໜ້າຢ່າງໝັ້ນທ່ຽງ. ຈີນຈະສືບຕໍ່ຊຸກຍູ້ການຮ່ວມມືຕົວຈິງດ້ວຍທ່າທີທີ່ເປີດປະຕູສູ່ພາຍນອກ, ຈິດໃຈສົມເຫດສົມຜົນ ແລະຫຼັກການຕະຫຼາດ, ແກ້ໄຂຂໍ້ຂັດແຍ້ງຢ່າງເໝາະສົມ ແລະປະຖິ້ມລັດທິປົກປ້ອງໃນຂະບວນການກ້າວໄປຂ້າງໜ້າ ແລະພັດທະນາຮ່ວມກັນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດຄວາມໝັ້ນຄົງ, ການພັດທະນາ ແລະຄວາມຈະເລີນຮຸ່ງເຮືອງຂອງໂລກ.

ທ່ານປຣຸດເນກ່າວວ່າ: ຫວັງວ່າຈະເປີດກວ້າງການຮ່ວມມືໃນຂົງເຂດຕ່າງໆກັບຈີນໃຫ້ຕື່ມອີກ, ປະກອບສ່ວນອັນໃໝ່ເຂົ້າໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ແລະການຊຸກຍູ້ສັນຕິພາບ ແລະການພັດທະນາຂອງໂລກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຕີດອກເຫຼັກຕ້ອນຮັບວັນບຸນຂະໜົມບົວລອຍ

123全文 3 下一页

Share this story on

Messenger Pinterest LinkedIn