ພາສາລາວ

ໃນເດືອນມັງກອນປີ 2024 ຈີນໄດ້ດຶງດູດການລົງທຶນຈາກຕ່າງປະເທດ 112,71 ຕື້ຢວນ

cri2024-02-24 14:48:44
Share
Share this with Close
Messenger Pinterest LinkedIn

ວັນທີ 23 ກຸມພານີ້, ກະຊວງການຄ້າຈີນໄດ້ເປີດເຜີຍຂໍ້ມູນສະຖິຕິວ່າ: ໃນເດືອນມັງກອນປີນີ້, ທົ່ວປະເທດຈີນໄດ້ສ້າງວິສາຫະກິດທີ່ລົງທຶນໂດຍນັກທຸລະກິດຕ່າງປະເທດແຫ່ງໃໝ່ 4588 ແຫ່ງ, ເພີ່ມຂຶ້ນ 74,4% ເທື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ຍອດຈຳນວນທຶນຕ່າງປະເທດທີ່ນຳໃຊ້ຕົວຈິງບັນລຸເຖິງ 112,71 ຕື້ຢວນ, ຫຼຸດລົງ 11,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ແລະເພີ່ມຂຶ້ນ 20,4% ເມື່ອທຽບໃສ່ເດືອນທັນວາປີ 2023.

ໃນດ້ານຂະແໜງການ, ຍອດຈຳນວນທຶນຕ່າງປະເທດທີ່ນຳໃຊ້ຕົວຈິງໃນຂະແໜງການຜະລິດໄດ້ບັນລຸເຖິງ 33,11 ຕື້ຢວນ, ເພີ່ມຂຶ້ນ 20,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ໃນດ້ານແຫຼ່ງທຶນ, ການລົງທຶນຕໍ່ຈີນຈາກປະເທດຝຣັ່ງ ແລະຊູແອດຕ່າງໄດ້ເພີ່ມຂຶ້ນ 25 ເທົ່າແລະ 11 ເທົ່າ, ແລະການລົງທຶນຕໍ່ຈີນຈາກປະເທດເຢຍລະມັນ, ອົດສະຕຣາລີ ແລະສິງກະໂປຕ່າງໄດ້ເພີ່ມຂຶ້ນ 211,8%, 186,1% ແລະ77,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຕີດອກເຫຼັກຕ້ອນຮັບວັນບຸນຂະໜົມບົວລອຍ

123全文 3 下一页

Share this story on

Messenger Pinterest LinkedIn