ພາສາລາວ

ຫຼັກໝັ້ນຂອງຈີນກ່ຽວກັບການຈັດວາງອາວຸດນິວເຄລຍຢູ່ອະວະກາດມີຄວາມແຈ່ມແຈ້ງຢ່າງສະເໝີຕົ້ນສະເໝີປາຍ

CRI2024-02-22 10:29:02
Share
Share this with Close
Messenger Pinterest LinkedIn

ວັນທີ 21 ກຸມພານີ້, ທ່ານນາງເມົານີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານຈັດກອງປະຊຸມຖະແຫຼງຂ່າວ.

ມີນັກຂ່າວຖາມວ່າ: ອາເມຣິກາບອກປະເທດພັນມະນິດວ່າ,ຣັດເຊຍອາດຈະຈັດວາງອາວຸດນິວເຄລຍຢູ່ອະວະກາດໃນຕົ້ນປີນີ້. ຍັງມີຄົນກ່າວວ່າ,ຮັດເຊຍກຳລັງຄົ້ນຄວ້າພັດທະນາອາວຸດນິວເຄລຍຊະນິດໜຶ່ງທີ່ສາມາດນຳໃຊ້ຢູ່ໃນອະວະກາດ ແລະ ທຳລາຍດາວທຽມ. ຈີນມີຄວາມເຫັນແນວໃດຕໍ່ກັບເລື່ອງນີ້?

“ເລື່ອງກ່ຽວກັບຣັດເຊຍອາດຈະຈັດວາງອາວຸດນິວເຄລຍຢູ່ອະວະກາດທີ່ເຈົ້າຖາມນັ້ນ, ຂ້າພະເຈົ້າສັງເກດເຫັນວ່າ ຣັດເຊຍໄດ້ທຳປະຕິກິລິຍາໃຫ້ຄຳຕອບແລ້ວ.”ທ່ານນາງເມົານີງກ່າວວ່າ: ຣັດເຊຍເນັ້ນໜັກວ່າ, ຣັດເຊຍຄັດຄ້ານການຈັດວາງອາວຸດນິວເຄລຍຢູ່ອະວະກາດຢ່າງສະເໝີຕົ້ນສະເໝີປາຍ ແລະ ຮຽກຮ້ອງໃຫ້ເຄົາລົບສັນຍາທຸກສະບັບທີ່ມີຢູ່ໃນປັດຈຸບັນ. ສ່ວນຝ່າຍຈີນ, ນະໂຍບາຍ ແລະ ຫຼັກໝັ້ນກ່ຽວກັບບັນຫາດັ່ງກ່າວກໍ່ແຈ່ມແຈ້ງຫຼາຍມາໂດຍຕະຫຼອດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຊີດມັງກອນຕ້ອນຮັບວັນບຸນຂະໜົມບົວລອຍ

123全文 3 下一页

Share this story on

Messenger Pinterest LinkedIn