ພາສາລາວ

ການທ່ອງທ່ຽວພາຍໃນປະເທດຈີນໃນຍາມພັກບຸນກຸດຈີນເພີ່ມຂຶ້ນ 34,3% ເມື່ອທຽບກັບໄລຍະດຽວກັນປີກາຍນີ້

CRI2024-02-19 10:53:12
Share
Share this with Close
Messenger Pinterest LinkedIn

ສູນຂໍ້ມູນຂອງກະຊວງວັດທະນະທຳ ແລະ ການທ່ອງທ່ຽວຈີນແຈ້ງໃຫ້ຮູ້ວ່າ: ໃນໄລຍະເວລາ 8 ວັນເຊິ່ງເປັນຍາມພັກບຸນກຸດຈີນ, ນັກທ່ອງທ່ຽວຈີນທີ່ທ່ຽວຢູ່ພາຍໃນປະເທດບັນລຸເຖິງ 474 ລ້ານເທື່ອຄົນ, ເພີ່ມຂຶ້ນ 34,3% ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້ ແລະ ເພີ່ມຂຶ້ນ 19,0% ເມື່ອທຽບກັບໄລຍະດຽວກັນຂອງປີ 2019. ສ່ວນຄ່າໃຊ້ຈ່າຍຂອງນັກທ່ອງທ່ຽວຈີນທັງໝົດບັນລຸເຖິງ 632 ຕື້ 687 ລ້ານຢວນ, ເພີ່ມຂຶ້ນ 47,3% ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້ ແລະ ເພີ່ມຂຶ້ນ7,7% ເມື່ອທຽບກັບໄລຍະດຽວກັນປີ 2019.

ພາຍໃຕ້ນະໂຍບາຍທີ່ມີຜົນດີຕ່າງໆ ເຊັ່ນ: ການຍົກເລີກວິຊາເຊິ່ງກັນແລະກັນ,ການຜ່ານດ່ານສະດວກກວ່າເກົ່າ ,ການຟື້ນຟູຖ້ຽວບິນ ແລະອື່ນໆ, ນັກທ່ອງທ່ຽວຈີນໄປທ່ຽວຢູ່ຕ່າງປະເທດ ແລະ ນັກທ່ອງທ່ຽວຕ່າງປະເທດມາທ່ຽວຢູ່ຈີນກໍ່ໄດ້ຮັບການຟື້ນຟູ ແລະ ພັດທະນາຢ່າງວ່ອງໄວ. ການທ່ອງທ່ຽວເຂົ້າເມືອງ ແລະ ອອກເມືອງມີປະມານ 6.830.000 ເທື່ອຄົນ, ໃນນັ້ນ, ການທ່ອງທ່ຽວອອກເມືອງມີປະມານ 3.600.000 ເທື່ອຄົນ, ຕົ້ນຕໍແມ່ນ “ການທ່ອງທ່ຽວຂ້າມຊາດໄລຍະທາງສັ້ນ” ເຊິ່ງໄປທ່ຽວເຂດຮົງກົງ ມາກາວ, ຍີ່ປຸ່ນແລະສ.ເກົາຫຼີ ພ້ອມທັງອາຊີຕາເວັນອອກສຽງໃຕ້, ການທ່ອງທ່ຽວສິງກະໂປ ມະເລເຊຍ ແລະ ໄທທີ່ຈັດຕັ້ງປະຕິບັດໂດຍຜ່ານບໍລິສັດການທ່ອງທ່ຽວຈຳນວນໜຶ່ງໄດ້ຟື້ນຟູຮອດລະດັບໄລຍະດຽວກັນຂອງປີ 2019 ໃນຂັ້ນພື້ນຖານ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຈັດງານກິລາລະດູໜາວແຫ່ງຊາດຈີນຄັ້ງທີ 14

ທາງລົດໄຟຈີນ-ລາວດຶງດູດນັກທ່ອງທ່ຽວຈີນເຂົ້າມາລາວຫຼາຍຂຶ້ນໃນຍາມບຸນກຸດຈີນ

ໃນໄລຍະບຸນກຸດຈີນ ຄົນຈີນທີ່ໄປທ່ຽວກຳປູເຈຍມີທ່ວງທ່າເພີ່ມຂຶ້ນ

ຄວາມຮຸ່ງເຮືອງແຫ່ງການເວລາ

ເປີດໜ້າໃໝ່

ປີແຫ່ງຄວາມສາມັກຄີຄືປີໃໝ່ທີ່ມີຄວາມສຸກຫຼາຍທີ່ສຸດ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn