ພາສາລາວ

ທ່ານສີຈິ້ນຜິງສົ່ງສານຊົມເຊີຍຕໍ່ກອງປະຊຸມສຸດຍອດສະຫະພາບອາຟຣິກາຄັ້ງທີ 37

CRI2024-02-18 16:56:46
Share
Share this with Close
Messenger Pinterest LinkedIn

ວັນທີ 17 ກຸມພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານເພື່ອຊົມເຊີຍກອງປະຊຸມສຸດຍອດສະຫະພາບອາຟຣິກາ ຫຼື AUຄັ້ງທີ 37 ຈັດຂຶ້ນຢູ່ນະຄອນຫຼວງອາດິສອາເບບາ ປະເທດເອທິໂອປີ.

ເນື້ອໃນສານຊົມເຊີຍທ່ານສີຈິ້ນຜິງລະບຸວ່າ: ໂລກໃນປັດຈຸບັນພວມຜະເຊີນໜ້າກັບການປ່ຽນແປງຂະໜາດໃຫຍ່ທີ່ບໍ່ເຄີຍມີໃນຮອບຮ້ອຍປີ,“ພາກໃຕ້ທົ່ວໂລກ” ທີ່ຖືຈີນ ແລະ ອາຟຣິາເປັນຕົວແທນນັ້ນໄດ້ມີການພັດທະນາຢ່າງຈະເລີນຮຸ່ງເຮືອງ ເຊິ່ງໄດ້ສ້າງຜົນກະທົບຢ່າງເລິກເຊິ່ງຕໍ່ຂະບວນການພັດທະນາຂອງປະຫວັດສາດທົ່ວໂລກ. AU ໄດ້ເຮັດໃຫ້ບັນດາປະເທດອາຟຣິກາສາມັກຄີກັນ ແລະ ເຂັ້ມແຂງຂຶ້ນ, ທັງໄດ້ອອກແຮງຊຸກຍູ້ການເຊື່ອມໂຍງເຂົ້າກັນ ແລະ ການກໍ່ສ້າງເຂດການຄ້າເສລີ. AU ຍັງໄດ້ເຂົ້າເປັນສະມາຊິກ G20 ຢ່າງສຳເລັດຜົນ ເຊິ່ງເຮັດໃຫ້ລັກສະນະຕົວແທນ ແລະສິດການສະແດງຄວາມເຫັນຂອງອາຟຣິກາໃນການຄຸ້ມຄອງທົ່ວໂລກໄດ້ຍົກສູງຕື່ມອີກ. ຈີນສະແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ເລື່ອງນີ້.

ສານຊົມເຊີຍຂອງທ່ານສີຈິ້ນຜິງເນັ້ນໜັກວ່າ: ໃນເວລາ 1 ປີຜ່ານມາ, ການພົວພັນລະຫວ່າງຈີນ ກັບ ອາຟຣິກາໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເລິກເຊິ່ງ, ກອງປະຊຸມສົນທະນາຜູ້ນຳຈີນ-ອາຟຣິກາໄດ້ຈັດຂຶ້ນຢ່າງສຳເລັດຜົນ, ສອງຝ່າຍຕົກລົງສະໜັບສະໜູນເຊິ່ງກັນແລະກັນເພື່ອຊອກຄົ້ນເສັ້ນທາງຄວາມທັນສະໄໝຂອງຝ່າຍຕົນເອງ ແລະ ຮ່ວມກັນສ້າງສະພາບແວດລ້ອມທີ່ດີເພື່ອບັນລຸໃຫ້ວິໄສທັດການພັດທະນາປາກົດຜົນເປັນຈິງ. ປີ 2024 ຈະຈັດກອງປະຊຸມຄັ້ງໃໝ່ຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາ, ຂ້າພະເຈົ້າຍິນດີຮ່ວມກັນກັບຜູ້ນຳບັນດາປະເທດອາຟຣິກາ, ເລັງໃສ່ສ້າງຄວາມສຸກໃຫ້ແກ່ປະຊາຊົນສອງຝ່າຍ, ຕັ້ງໃຈຈັດວາງແຜນການໃໝ່ຂອງການຮ່ວມມືລະຫວ່າງຈີນ ກັບ ອາຟຣິກາ, ຊຸກຍູ້ການພ້ອມກັນສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຟຣິກາລະດັບສູງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຈັດງານກິລາລະດູໜາວແຫ່ງຊາດຈີນຄັ້ງທີ 14

123全文 3 下一页

Share this story on

Messenger Pinterest LinkedIn