ພາສາລາວ

ຈີນເພີ່ມທະວີການປົກປ້ອງຊັບສິນທາງປັນຍາເພື່ອຊ່ວຍໃຫ້ວຽກງານຮັກສາແນວພັນມີຄວາມຈະເລີນ

cri2024-02-13 14:41:59
Share
Share this with Close
Messenger Pinterest LinkedIn

ກະຊວງກະສິກຳ ແລະຊົນນະບົດຈີນໄດ້ເປີດເຜີຍໃຫ້ຮູ້ວ່າ: ນັບແຕ່ຈີນໄດ້ສ້າງລະບົບປົກປ້ອງແນວພັນພືດຊະນິດໃໝ່ເປັນຕົ້ນມາ, ຈຳນວນແນວພັນທີ່ລົງທະບຽນໄດ້ບັນລຸຫຼາຍກວ່າ 30.000 ຊະນິດ, ໃນນັ້ນແນວພັນທີ່ຄັດເລືອກ ແລະບົ່ມເພາະຢ່າງເປັນເຈົ້າຕົນເອງກວມເອົາເກືອບ 94%, ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັບປະກັນຄວາມປອດໄພດ້ານສະບຽງອາຫານຂອງຊາດຈາກແຫຼ່ງກຳເນີດ.

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ປີ 2023 ແມ່ນປີທີ 3 ໃນການລົງເລິກປະຕິບັດການເຄື່ອນໄຫວຊ່ວຍໃຫ້ວຽກງານຮັກສາແນວພັນມີຄວາມຈະເລີນຂອງຈີນ, ການປົກປ້ອງຊັບສິນທາງປັນຍາດ້ານແນວພັນໄດ້ເພີ່ມຂຶ້ນຢ່າງເດັ່ນຊັດ, ສະພາບແວດລ້ອມການປະດິດສ້າງໃໝ່ໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ, ການປະດິດສ້າງໃໝ່ໄດ້ຮັບຜົນສຳເລັດເລື່ອຍໆ. ເອກະສານສູນກາງເລກ 1 ໃນປີ 2024 ໄດ້ສະເໜີໃຫ້ເລັ່ງລັດຊຸກຍູ້ວຽກງານຮັກສາແນວພັນໃຫ້ມີຄວາມຈະເລີນ, ປັບປຸງກົນໄກການຄົ້ນຄວ້າ ແລະພັດທະນາຮ່ວມກັນ ກໍຄືກົນໄກການປະສານງານດ້ານການນຳໃຊ້ໃຫ້ສົມບູນຂຶ້ນ, ເພີ່ມທະວີການຄົ້ນຄວ້າເຕັກໂນໂລຊີສຳຄັນທີ່ສຸດດ້ານແນວພັນ, ເລັ່ງລັດຄັດເລືອກບົ່ມເພາະ ແລະເຜີຍແຜ່ແນວພັນຄຸນນະພາບດີ ແລະເປັນເຈົ້າຕົນເອງທີ່ຕ້ອງການດ່ວນໃນການຜະລິດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຢູ່ແຫ່ງຕ່າງໆຂອງຈີນຈັດກິດຈະກຳປະເພນີຫຼາກຫຼາຍສີສັນເພື່ອສະຫຼອງບຸນກຸດຈີນ

123全文 3 下一页

Share this story on

Messenger Pinterest LinkedIn