ພາສາລາວ

ໄລຍະ 10 ເດືອນປີນີ້ຈີນດຶງດູດທຶນຕ່າງປະເທດໄດ້ 987,01 ຕື້ຢວນ

CRI2023-11-21 15:59:10
Share
Share this with Close
Messenger Pinterest LinkedIn

ອີງຕາມຕົວເລກຫຼ້າສຸດທີ່ກະຊວງການຄ້າຈີນເປີດເຜີຍໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນຫາເດືອນຕຸລາປີນີ້, ຢູ່ທົ່ວປະເທດຈີນສ້າງຕັ້ງວິສາຫະກິດ ໃໝ່ທີ່ມີການລົງທຶນຂອງຕ່າງປະເທດ 41.947 ແຫ່ງ, ເພີ່ມຂຶ້ນ 32,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ນຳໃຊ້ທຶນຕ່າງປະເທດຕົວຈິງ 987,01 ຕື້ຢວນ, ຫຼຸດລົງ 9,4% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີກາຍ.

ເມື່ອງເບິ່ງຈາກຂະແໜງການ, ອຸດສາຫະກຳການຜະລິດສາມາດດຶງດູດ ການລົງທຶນຂອງຕ່າງປະເທດໄດ້ 283,44 ຕື້ຢວນ, ເພີ່ມຂຶ້ນ 1,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຂະແໜງການ ບໍລິການສາມາດດຶງດູດທຶນໄດ້ 672,10 ຕື້ຢວນ, ຫຼຸດລົງ 15,9% ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ. ຂະແໜງການກໍ່ສ້າງ, ໄດ້ເພີ່ມຂຶ້ນ 30,0%ແລະຂົງເຂດບໍລິການດ້ານການຄົ້ນຄວ້າພັດທະນາກັບການອອກແບບບໍລິການເພີ່ມຂຶ້ນ 15,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ເມື່ອເບິ່ງຈາກແຫຼ່ງລົງທຶນ, ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ການລົງທຶນຕົວຈິງຢູ່ຈີນຈາກການາດາເພີ່ມຂຶ້ນ110,3%, ຈາກອັງກິດເພີ່ມຂຶ້ນ 94,6%, ຈາກຝຣັ່ງເພີ່ມຂຶ້ນ 90,0%, ຈາກສະວິສເພີ່ມຂຶ້ນ 66,1% ແລະຈາກໂຮນລັງເພີ່ມຂຶ້ນ 33,0%.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຈັດກິດຈະກຳສະແດງຊຸດຊົນເຜົ່າຢູ່ເມືອງອູຈືສ່ານແຂວງໄຫຫຼຳຈີນ

ຫຼິ້ນເທດສະການໝາກເຜັດຢູ່ເມືອງຊິ່ວເປີຍແຂວງຢຸນນານຈີນ

ພາໄປເບິ່ງງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ລ່ວງໜ້າ

ພົບກັບທ່ານສີຈິ້ນຜິງ / ຍິນດີຕ້ອນຮັບໄປທ່ຽວຊົມປະເທດຈີນ

ນັກຂ່າວຈຳນວນຫຼວງຫຼາຍເຕົ້າໂຮມກັນຢູ່ນິຄົມຟີໂລລີເພື່ອລາຍງານຂ່າວ

ເຈົ້າຄອງນະຄອນຊານຟຣານຊິສໂກ: ສ້າງຂົວຕິດຕໍ່ແຫ່ງການແລກປ່ຽນ ຍິນດີຕ້ອນຮັບແຂກຈາກປະເທດຈີນ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn