ພາສາລາວ

ທ່ານສີຈິ້ນຜີງເນັ້ນໜັກວ່າ: ຕ້ອງຕັ້ງໜ້າເຂົ້າຮ່ວມການປະຕິຮູບຂອງອົງການການຄ້າໂລກ ຊຸກຍູ້ການສ້າງເສດຖະກິດໂລກແບບເປີດປະຕູສູ່ພາຍນອກ

cri2023-09-28 16:49:35
Share
Share this with Close
Messenger Pinterest LinkedIn

ຕອຍບ່າຍວັນທີ 27 ກັນຍານີ້, ກົມການເມືອງສູນກາງພັກຄອມມູນິດຈີນໄດ້ຈັດການຮ່ຳຮຽນລວມໝູ່ຄັ້ງທີ 8 ກ່ຽວກັບກົດລະບຽບຂອງອົງການການຄ້າໂລກ ແລະ ການປະຕິຮູບຂອງອົງການການຄ້າໂລກ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ເປັນປະທານຈັດກອງປະຊຸມ. ທ່ານສີຈິ້ນຜິງເນັ້ນໜັກວ່າ: ອົງການການຄ້າໂລກແມ່ນເສົາຄ້ຳທີ່ສຳຄັນຂອງລັດທິຫຼາຍຝ່າຍ, ແມ່ນເວທີສຳຄັນຂອງການບໍລິຫານເສດຖະກິດໂລກ. ພວກເຮົາຕ້ອງຈັດວາງສອງພາກສ່ວນລວມ ຄືທັງພາຍໃນ ແລະ ສາກົນຢ່າງເປັນເອກະພາບກັນໃຫ້ດີກວ່າເກົ່າ, ເຂົ້າຮ່ວມການປະຕິຮູບຂອງອົງການການຄ້າໂລກ ແລະ ການປັບປຸງກົດລະບຽບຂອງເສດຖະກິດການຄ້າສາກົນຢ່າງຮອບດ້ານ, ຊຸກຍູ້ການປະຕິຮູບຢ່າງເລິກເຊິ່ງ ແລະ ການພັດທະນາດ້ວຍຄຸນນະພາຍສູງດ້ວຍການເປີດປະຕູສູ່ພາຍນອກໃນລະດັບສູງ.

ທ່ານສີຈິ້ນຜິງກ່າວຕື່ມວ່າ: ການເຂົ້າຮ່ວມການປະຕິຮູບຂອງອົງການການຄ້າໂລກ ຕ້ອງເດັດດ່ຽວຍຶດໝັ້ນປົກປັກຮັກສາຄວາມສັກສິດແລະຄວາມມີປະສິດທິຜົນຂອງໂຄງປະກອບການຄ້າຫຼາຍຝ່າຍທີ່ຖືອົງການການຄ້າໂລກເປັນແກນກາງ, ສົ່ງເສີມການຄ້າເສລີແລະລັດທິຫຼາຍຝ່າຍທີ່ແທ້ຈິງ, ຄັດຄ້ານການຫັນບັນຫາເສດຖະກິດການຄ້າເປັນບັນຫາການເມືອງ, ຊຸກຍູ້ການສ້າງເສດຖະກິດໂລກແບບເປີດປະຕູສູ່ພາຍນອກ. ຕ້ອງຍຶດໝັ້ນແນວຄິດປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ເດັດດ່ຽວຮັກສາສິດແລະຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງປະເທດທີ່ພວມພັດທະນາທັງຫຼາຍ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ງານວາງສະແດງເຕັກນິກ ແລະ ອຸປະກອນການຄົມມະນາຄົມສາກົນຄັ້ງທີ 15 ສະແດງໃຫ້ເຫັນເຖິງທິດທາງການພັດທະນາດ້ານການຄົມມະນາຄົມໃນອະນາຄົດ

ສຳຜັດກັບບັນຍາກາດການແຂ່ງຂັນຂອງ ງານມະຫາກຳກິລາເອຊຽນເກມຄັ້ງທີ 19

123全文 3 下一页

Share this story on

Messenger Pinterest LinkedIn