ແນວຄິດປະຊາຄົມຮ່ວມຊາຕາກຳຂອງມວນມະນຸດເປັນເຂັມຊີ້ທິດເຍືອງທາງໃຫ້ກັບໂລກ
ເນື່ອງໃນໂອກາດທີ່ທ່ານສີຈິ້ນຜິງ ປະທານປະເທດຈີນສະເໜີແນວຄິດການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຄົບຮອບ 10 ປີ, ວັນທີ 26 ກັນຍານີ້, ຈີນໄດ້ເປີດເຜີຍປື້ມປົກຂາວ “ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ: ຂໍ້ລິເລີ່ມ ແລະ ການເຄື່ອນໄຫວຂອງຈີນ” ໂດຍໄດ້ແນະນຳຂໍ້ລິເລີ່ມແລະການເຄື່ອນໄຫວຂອງຈີນໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຈາກ 4 ດ້ານ ຄື: ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ, ຈັດຕັ້ງປະຕິບັດຂໍ້ລິເລີ່ມທົ່ວໂລກ 3 ຂໍ້, ຮ່ວມກັນເຄື່ອນໄຫວກັບປະເທດແລະເຂດແຄ້ວນນັບມື້ນັບຫຼາຍຂຶ້ນ ແລະ ເພີ່ມແຮງຂັບເຄື່ອນທີ່ແຂງແຮງເຂົ້າໃນການຮ່ວມມືສາກົນໃນຂົງເຂດຕ່າງໆ.
ນັບມາຮອດເດືອນກໍລະກົດປີ 2023, ທົ່ວໂລກມີປະເທດຫຼາຍກວ່າ 3 ສ່ວນ 4 ພ້ອມດ້ວຍ 30 ກວ່າອົງການຈັດຕັ້ງສາກົນໄດ້ເຊັນເອກະສານການຮ່ວມມື. ຂະນະທີ່ຈີນໄດ້ຈັດກອງປະຊຸມເວທີເປິກສາຫາລືການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທຳອິດເມື່ອປີ 2017 ແລະ ຄັ້ງທີ 2 ເມື່ອປີ 2019, ປີນີ້ຍັງຈະຈັດກອງປະຊຸມດັ່ງກ່າວຄັ້ງທີ 3 ເຊິ່ງຈະເຕົ້າໂຮມກຳລັງແຮງຫຼາຍທີ່ສຸດເພື່ອຮ່ວມກັນຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ.
ຈີນເປັນປະທານກອງປະຊຸມສົນທະນາລະດັບສູງກ່ຽວກັບການພັດທະນາຂອງໂລກ, ສະເໜີ 32 ມາດຕະການອັນສຳຄັນເພື່ອຈັດຕັ້ງປະຕິບັດຂໍ້ລິເລີ່ມວ່າດ້ວຍການພັດທະນາຂອງໂລກ, ເຊິ່ງລວມທັງການສ້າງ “ກອງທຶນການພັດທະນາທົ່ວໂລກ ແລະ ການຮ່ວມມືໃຕ້ໃຕ້” ທີ່ມີຍອດມູນຄ່າ 4 ຕື້ໂດລາ. ປັດຈຸບັນໄດ້ມີ 100 ກວ່າປະເທດ ແລະ ອົງການຈັດຕັ້ງສາກົນສະໜັບສະໜູນຂໍ້ລິເລີ່ມວ່າດ້ວຍການພັດທະນາຂອງໂລກ, 70 ກວ່າປະເທດໄດ້ເຂົ້າຮ່ວມ “ຈຸເພື່ອນມິດແຫ່ງຂໍ້ລິເລີ່ມວ່າດ້ວຍການພັດທະນາຂອງໂລກ” ທີ່ສ້າງຕັ້ງຂຶ້ນຢູ່ອົງການສະຫະປະຊາຊາດ.
ພາຍໃຕ້ການໄກ່ເກ່ຍຂອງຈີນ, ອາຣັບບີ ຊາອຸດິດ ແລະ ອີຣານໄດ້ບັນລຸຄວາມປອງດອງກັນຄັ້ງປະຫວັດສາດ, ເຊິ່ງເປັນພຶດຕິກຳທີ່ສຳເລັດຜົນອີກຄັ້ງໜຶ່ງໃນການປະຕິບັດຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງຂອງໂລກ, ໄດ້ສ້າງແບບຢ່າງທີ່ດີໃຫ້ແກ່ປະເທດໃນພາກພື້ນແກ້ໄຂຄວາມຂັດແຍ້ງດ້ວຍການສົນທະນາ ແລະ ການເປິກສາຫາລືກັນ ແລະ ບັນລຸໄມຕີຈິດມິດຕະພາບລະຫວ່າງປະເທດບ້ານໃກ້ເຮືອນຄຽງ, ເຊິ່ງໄດ້ຊຸກຍູ້ “ກະແສຟອງແຫ່ງຄວາມປອງດອງກັນ” ຢູ່ເຂດຕາເວັນອອກກາງ.
ການສະເໜີ ແລະ ປະຕິບັດແນວຄິດປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ໄດ້ເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນອັນກວ້າງຂວາງກ່ຽວກັບຄວາມສາມັກຄີ ແລະ ການຮ່ວມມືກັນໃນສາກົນ. ເມື່ອມຸ່ງໜ້າສູ່ອະນາຄົດ, ທັດສະນະດັ່ງກ່າວຈະເປີດວິໄສທັດທີ່ດີງາມ ແຫ່ງການພັດທະນາພ້ອມກັນ ມີຄວາມໝັ້ນຄົງຖາວອນ ແລະ ມີຄວາມຈະເລີນຮຸ່ງເຮືອງຢ່າງຕໍ່ເນື່ອງ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ງານວາງສະແດງເຕັກນິກ ແລະ ອຸປະກອນການຄົມມະນາຄົມສາກົນຄັ້ງທີ 15 ສະແດງໃຫ້ເຫັນເຖິງທິດທາງການພັດທະນາດ້ານການຄົມມະນາຄົມໃນອະນາຄົດ
ສຳຜັດກັບບັນຍາກາດການແຂ່ງຂັນຂອງ ງານມະຫາກຳກິລາເອຊຽນເກມຄັ້ງທີ 19
ຜູ້ເສຍຊີວິດຈາກແຜ່ນດິນໄຫວຮຸນແຮງທີ່ເກີດຂຶ້ນຢູ່ມາຣົກມີຫຼາຍກວ່າ 2.000 ຄົນ
“ນະຄອນຫາງໂຈ່ວປຽບເໝືອນສະຫວັນເມືອງຄົນ”
ຈົ່ງສູ້ຕໍ່ໄປ, ມື້ໜຶ່ງໄຊຊະນະຕ້ອງເປັນຂອງເຮົາ
ພາກພູມໃຈທີ່ໄດ້ຮັບກຽດ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved