ພາສາລາວ

ແຜ່ນດິນໃຫຍ່ເປັນທາງເລືອກດີທີ່ສຸດສຳລັບພີ່ນ້ອງຮ່ວມຊາດໄຕ້ຫວັນ ກໍຄືນັກທຸລະກິດໄຕ້ຫວັນຢູ່ສະເໝີ

CRI2023-09-27 15:16:42
Share
Share this with Close
Messenger Pinterest LinkedIn

ວັນທີ 27 ກັນຍານີ້, ຫ້ອງການວຽກງານໄຕ້ຫວັນຂອງລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ, ໂຄສົກໄດ້ຕອບຄຳຖາມນັກຂ່າວກ່ຽວກັບບັນຫາຈຸດສຸມຂອງສອງຝັ່ງຊ່ອງແຄບໄຕ້ຫວັນໃນຫວ່າງມໍ່ໆມານີ້.

ທ່ານນາງຈູ່ເຟີ້ງລຽນ ໂຄສົກຫ້ອງການວຽກງານໄຕ້ຫວັນຂອງລັດຖະບານຈີນແຈ້ງໃຫ້ຮູ້ວ່າ, ແຜ່ນດິນໃຫຍ່ຈີນພວມລົງເລິກຈັດຕັ້ງປະຕິບັດແນວຄິດການພັດທະນາອັນໃໝ່, ເລັ່ງລັດສ້າງສະພາບການພັດທະນາອັນໃໝ່, ຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ, ໃຫ້ໂອກາດການພັດທະນາຢ່າງກວ້າງຂວາງ. ໄຕ້ຫວັນສາມາດອີງໃສ່ຕະຫຼາດການລົງທຶນ ແລະ ການບໍລິໂພກຂະໜາດໃຫຍ່ພິເສດຂອງແຜ່ນດິນໃຫຍ່, ປ້ອງກັນຄວາມສ່ຽງຈາກພາຍນອກຢ່າງມີປະສິດທິຜົນ, ຜ່ານຜ່າບັນຫາຕ່າງໆ, ເຊັ່ນ: ຊັບພະຍາກອນບໍ່ພຽງພໍ ແລະອື່ນໆ.

ທ່ານນາງຈູ່ເຟີ້ງລຽນກ່າວຕື່ມວ່າ, ຄວາມເວົ້າ ຫຼື ການກະທຳໃດໆທີ່ໃສ່ຮ້າຍປ້າຍສີວ່າ ເສດຖະກິດແຜ່ນດິນໃຫຍ່ຈະຊຸດໂຊມລົງ, ຫຼື ເຈຕະນາຕັດການພົວພັນນັ້ນລ້ວນແຕ່ຈະບໍ່ໄດ້ຜົນຫຍັງເລີຍ. ແຜ່ນດິນໃຫຍ່ເປັນທາງເລືອກດີທີ່ສຸດສຳລັບພີ່ນ້ອງຮ່ວມຊາດໄຕ້ຫວັນ ກໍຄືນັກທຸລະກິດໄຕ້ຫວັນຢູ່ສະເໝີ, ພີ່ນ້ອງຮ່ວມຊາດໄຕ້ຫວັນ ແລະ ນັກທຸລະກິດໄຕ້ຫວັນອັນມະຫາສານຕັ້ງໜ້າເຂົ້າຮ່ວມການພັດທະນາທີ່ມີຄຸນນະພາບສູງຂອງແຜ່ນດິນໃຫຍ່, ຈະໄດ້ຮັບໂອກາດຫຼາຍກວ່າເກົ່າ ແລະ ອະນາຄົດທີ່ດີງາມກວ່າເກົ່າຢ່າງແນ່ນອນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ສຳຜັດກັບບັນຍາກາດການແຂ່ງຂັນຂອງ ງານມະຫາກຳກິລາເອຊຽນເກມຄັ້ງທີ 19

ຜູ້ເສຍຊີວິດຈາກແຜ່ນດິນໄຫວຮຸນແຮງທີ່ເກີດຂຶ້ນຢູ່ມາຣົກມີຫຼາຍກວ່າ 2.000 ຄົນ

ປະຊາຊົນ ສ ເກົາຫຼີ ໝື່ນກວ່າຄົນຈັດງານໂຮມຊຸມນຸມເພື່ອກ່າວປະນາມຍີ່ປຸ່ນລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ

“ນະຄອນຫາງໂຈ່ວປຽບເໝືອນສະຫວັນເມືອງຄົນ”

ຈົ່ງສູ້ຕໍ່ໄປ, ມື້ໜຶ່ງໄຊຊະນະຕ້ອງເປັນຂອງເຮົາ

ພາກພູມໃຈທີ່ໄດ້ຮັບກຽດ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn