ເຫດການວັນທີ 18 ກັນຍາເກີດຂຶ້ນຄົບຮອບ 92 ປີ ແຫ່ງຕ່າງໆຈັດກິດຈະກຳເພື່ອສະແດງຄວາມໄວ້ອາໄລຕໍ່ຜູ້ທີ່ເສຍສະຫຼະຊີວິດ
ວັນທີ 18 ກັນຍາປີ 1931, ເຫດການວັນທີ 18 ກັນຍາໄດ້ເກີດຂຶ້ນ ເຮັດໃຫ້ຈີນ ແລະໂລກຕົກໃຈ. ລັດທິຂຸນເສິກຂອງຍີ່ປຸ່ນໄດ້ເລີ່ມສົງຄາມຮຸກຮານຈີນເປັນເວລາ 14 ປີ. ຫຼາຍກວ່າເຄິ່ງໜຶ່ງຂອງແຜ່ນດິນຈີນໄດ້ຖືກໂຈມຕີ, ຄົນຈີນຫຼາຍກວ່າ 35 ລ້ານແມ່ນເສຍຊີວິດ. ວັນທີ 18 ກັນຍານີ້ແມ່ນເຫດການວັນທີ 18 ກັນຍາໄດ້ເກີດຂຶ້ນຄົບຮອບ 92 ປີ, ກິດຈະກຳຕ່າງໆໄດ້ຈັດຂຶ້ນຢູ່ຫຼາຍແຫ່ງໃນທົ່ວປະເທດ ເພື່ອຈົດຈຳປະຫວັດສາດທີ່ໂສກເສົ້າ ແລະສົ່ງເສີມຈິດໃຈອັນຍິ່ງໃຫຍ່ໃນສົງຄາມຕໍ່ຕ້ານຍີ່ປຸ່ນ. ເຫດການວັນທີ 18 ກັນຍາໄດ້ເກີດຂຶ້ນຢູ່ນະຄອນເສີນຢາງແຂວງລຽວນີງຈີນ, ພິທີເປີດສຽງລະຄັງປ່າວເຕືອນ “ຢ່າລືມເຫດການວັນທີ 18 ກັນຍາ” ໄດ້ຈັດຂຶ້ນຢູ່ສະໜາມຫຼວງອານຸສາວະລີຂອງຫໍພິພິທະພັນປະຫວັດສາດ 18 ກັນຍາໃນວັນທີ 18 ກັນຍານີ້. ຢູ່ນະຄອນຫຼວງປັກກິ່ງ, ໄດ້ຈັດກິດຈະກຳກ່ຽວກັບສົງຄາມຕໍ່ຕ້ານຍີ່ປຸ່ນພາຍໃຕ້ຫົວຂໍ້ “ຊອກຫາຮ່ອງຮອຍຂອງສົງຄາມ ແລະຮູ້ສຶກເຖິງຈິດໃຈຂອງສົງຄາມຕໍ່ຕ້ານຍີ່ປຸ່ນ” ໄດ້ຮ່ວມກັບຊາວໜຸ່ມໄຕ້ຫວັນ, ຮົງກົງ ແລະມາເກົາທີ່ຢູ່ນະຄອນຫຼວງປັກກິ່ງເຂົ້າຊົມຫໍລະນຶກສົງຄາມຕໍ່ຕ້ານຍີ່ປຸ່ນຂອງປະຊາຊົນຈີນ. ຢູ່ເມືອງເຈິ້ນຢວນແຂວງກຸ້ຍໂຈ່ວ, ໂຮງຮຽນທ້ອງຖິ່ນໄດ້ຈັດກິດຈະກຳ “ຈົດຈຳປະຫວັດສາດ ເພີ່ມຄວາມເຂັ້ມແຂງໃຫ້ຕົນເອງ” ແລະອື່ນໆ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ຜູ້ເສຍຊີວິດຈາກແຜ່ນດິນໄຫວຮຸນແຮງທີ່ເກີດຂຶ້ນຢູ່ມາຣົກມີຫຼາຍກວ່າ 2.000 ຄົນ
ປະຊາຊົນ ສ ເກົາຫຼີ ໝື່ນກວ່າຄົນຈັດງານໂຮມຊຸມນຸມເພື່ອກ່າວປະນາມຍີ່ປຸ່ນລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ
ໜອງຕາວາທີ່ມີສີສັນວິຈິດບັນຈົງ
ພົບກັບທ່ານສີຈິ້ນຜິງ | ນີ້ແມ່ນຜົນສຳເລັດທີ່ບໍ່ທຳມະດາ
ທ່ານ ສີຈິ້ນຜິງ: ເມື່ອປະຊາຊົນພົບຄວາມຫຍຸ້ງຍາກ, ປະເທດຊາດຈະສະໜັບສະໜູນຢ່າງສຸດຄວາມສາມາດ
ພົບກັບທ່ານສີຈິ້ນຜິງ|ຂ້າພະເຈົ້າກຳລັງເຂົ້າໃຈຈີນ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved