ພາສາລາວ

ກະຊວງການຕ່າງປະເທດຈີນຕອບໂຕ້ບົດລາຍງານອັນທີ່ີເອີ້ນວ່າ: “ການໂຈມຕີຈາກແຮກເກີ”

cri2023-05-26 15:24:11
Share
Share this with Close
Messenger Pinterest LinkedIn

ຫວ່າງມໍ່ໆມານີ້, ບາງປະເທດຕາເວັນຕົກ ແລະ ໜ່ວຍງານວິເຄາະຂອງ ບໍລິສັດໄມໂຄຣຊອບໄດ້ກ່າວວ່າ: ໃນໄລຍະມໍ່ໆມານີ້, ອົງການຈັດຕັ້ງແຮກເກີິ ອົງການໜຶ່ງຂອງຈີນໄດ້ດຳເນີນການໂຈມຕີຕໍ່ພື້ນຖານໂຄງລ່າງສຳຄັນຫຼາຍແຫ່ງ ຂອງອາເມຣິກາລວມທັງເກາະກວາມ. ວັນທີ 25 ພຶດສະພານີ້, ທ່ານນາງເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມກ່ຽວກັບເລື່ອງນີ້ ວ່າ: ນີ້ແມ່ນບົດລາຍງານທີ່ປັ້ນແຕ່ງຂຶ້ນມາ, ຂາດຫຼັກຖານ ແລະ ບໍ່ເປັນ ມືອາຊີບທີ່ສຸດ.

ທ່ານນາງເໝົາໜິງຊີ້ໃຫ້ເຫັນວ່າ: “ພວກເຮົາຍັງໄດ້ເອົາໃຈໃສ່ເຖິງອົງການ ລັດຖະບານອາເມຣິກາເຊັ່ນ: ສະພາຄວາມໝັ້ນຄົງແຫ່ງຊາດເປັນຕົ້ນ ພ້ອມດ້ວຍອົງການທີ່ກ່ຽວຂ້ອງຂອງອັງກິດ, ອົສຕຣາລີ, ການາດາ, ນູແວນເຊລັງ ແລະ ປະເທດອື່ນໆກໍໄດ້ປະກາດບົດລາຍງານທີ່ຄ້າຍຄືກັນໃນເວລາດຽວກັນ. ມັນເດັ່ນຊັດທີ່ສຸດວ່າ ສິ່ງນີ້ແມ່ນອາເມຣິກາປຸກລະດົມປະເທດພັນທະມິດ 5 ຕາ ຫຼື Five Eyes Alliance,FVEY ເພື່ອໃຊ້ການເຄື່ອນໄຫວດ້ານຂໍ້ມູນຂ່າວສານປອມ ລວມໝູ່ ໂດຍມີຈຸດປະສົງດ້ານພູມສາດການເມືອງ.”

ທ່ານນາງເໝົາໜິງກ່າວຕື່ມວ່າ: ໃຜໆກໍຮູ້ດີຢູ່ແລ້ວວ່າ ສະຫະພັນ 5 ຕາແມ່ນອົງການຈັດຕັ້ງຂ່າວລັບທີ່ໃຫຍ່ກວ່າໝູ່ຢູ່ໃນໂລກ, ສະພາຄວາມໝັ້ນຄົງແຫ່ງຊາດອາເມຣິກາແມ່ນອົງການຈັດຕັ້ງແຮກເກີທີ່ໃຫຍ່ກວ່າໝູ່ຢູ່ໃນໂລກ, ພວກເຂົາຮ່ວມມືກັນປະກາດຂໍ້ມູນຂ່າວສານປອມ, ຄວາມຈິງຂອງເລື່ອງນີ້ແມ່ນເປັນການສຽດສີທີ່ສຸດ.

Share this story on

Messenger Pinterest LinkedIn