ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງເວທີເປິກສາຫາລື “ຄວາມທັນສະໄໝແບບຈີນ ແລະ ໂລກ”
ວັນທີ 21 ເມສານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ສົ່ງສານຊົມເຊີຍເຖິງເວທີເປິກສາຫາລື “ຄວາມທັນສະໄໝແບບຈີນ ແລະ ໂລກ” ທີ່ຈັດຂຶ້ນຢູ່ນະຄອນຊຽງໄຮ້.
ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງໄດ້ລະບຸວ່າ: ການບັນລຸຄວາມທັນສະໄໝແມ່ນການສະແຫວງຫາແບບບໍ່ລົດລະຂອງປະຊາຊົນຈີນນັບແຕ່ສະໄໝໃໝ່ເປັນຕົ້ນມາ ທັງເປັນການສະແຫວງຫາຮ່ວມຂອງປະຊາຊົນປະເທດຕ່າງໆໃນໂລກ. ປະເທດໃດໜຶ່ງເດີນຕາມເສັ້ນທາງຄວາມທັນສະໄໝ ຕ້ອງເຄົາລົບນັບຖືກົດເກນທົ່ວໄປຂອງຄວາມທັນສະໄໝ, ຍິ່ງຕ້ອງສອດຄ່ອງກັບສະພາບການຕົວຈິງຂອງປະເທດຕົນ ແລະ ມີເອກະລັກພິເສດຂອງປະເທດຕົນ. ພັກຄອມມູນິດຈີນເຕົ້າໂຮມສາມັກຄີ ແລະ ນຳພາປະຊາຊົນບັນດາເຜົ່າໃນທົ່ວປະເທດ ໂດຍຜ່ານການຄົ້ນຄວ້າທີ່ຍາວນານ ແລະ ຫຍຸ້ງຍາກລຳບາກຈຶ່ງຊອກພົບເສັ້ນທາງການພັດທະນາທີ່ສອດຄ່ອງກັບສະພາບແຫ່ງຊາດຈີນ ແລະ ພວມຊຸກຍູ້ການສ້າງປະເທດຊາດໃຫ້ເຂັ້ມແຂງ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊົນຊາດຈີນຢ່າງຮອບດ້ານດ້ວຍຄວາມທັນສະໄໝແບບຈີນ. ຈີນຍິນດີຮ່ວມກັບປະເທດຕ່າງໆ ເພື່ອພະຍາຍາມສ້າງໂອກາດອັນໃໝ່ໃຫ້ແກ່ການພັດທະນາຂອງໂລກດ້ວຍຜົນສຳເລັດອັນໃໝ່ຂອງຄວາມທັນສະໄໝແບບຈີນ, ສ້າງກຳລັງແຮງອັນໃໝ່ໃຫ້ແກ່ມະນຸດທີ່ຄົ້ນຫາເສັ້ນທາງແຫ່ງຄວາມທັນສະໄໝ ແລະ ລະບອບສັງຄົມທີ່ດີກວ່າ ພ້ອມທັງຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.