ພາສາລາວ

ກອງປະຊຸມປະຈຳປີ 2023ຂອງເວທີເປິກສາຫາລືຄຸ້ມຄອງການເງິນທົ່ວໂລກຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ, ຫາລືການຮັບມືກັບການປ່ຽນແປງຂອງສະຖານະການທົ່ວໂລກດ້ວຍການເປີດລະຕູໃນລະດັບສູງ

cri2023-03-19 15:09:16
Share
Share this with Close
Messenger Pinterest LinkedIn

ວັນທີ 18 ມີນານີ້, ກອງປະຊຸມປະຈຳປີ 2023ຂອງເວທີເປິກສາຫາລືຄຸ້ມຄອງການເງິນທົ່ວໂລກຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ຜູ້ນຳແລະຜູ້ຊ່ຽວຊານໃນວົງການທະນາຄານທີ່ມາຈາກຈີນແລະຕ່າງປະເທດໄດ້ເຕົ້າໂຮມກັນ, ຮ່ວມກັນເປິກສາຫາລືກ່ຽວກັບວິທີຮັບມືກັບການປ່ຽນແປງຂອງສະຖານະການທົ່ວໂລກ.

ໃນເວທີເປິກສາຫາລື, ທ່ານໂລຈີ້ເຫວີຍ ປະທານຄະນະບໍລິຫານງານຂອງເວທີເປິກສາຫາລືຄຸ້ມຄອງການເງິນທົ່ວໂລກ, ອະດີດລັດຖະມົນຕີກະຊວງການເງິນຈີນກ່າວວ່າ: “ຂ້າພະເຈົ້າເຊື່ອໝັ້ນວ່າ, ໃນອະນາຄົດ, ຕະຫຼາດໃຫຍ່ທີ່ເປີດປະຕູສູ່ພາຍນອກຂອງຈີນ ຈະສືບຕໍ່ອຳນວຍໂອກາດຫຼາຍກວ່າເກົ່າໃຫ້ແກ່ວິສາຫະກິດປະເທດຕ່າງໆໃນການພັດທະນາຢູ່ຈີນຢ່າງແນ່ນອນ.”

ທ່ານຊ່ວນຊ່າງເນີງ ຮອງຜູ້ວ່າການ ທັງເປັນກຳມະການຄະນະພັກຂອງທະນາຄານປະຊາຊົນຈີນຊີ້ອອກວ່າ, ພາຍໃຕ້ສະພາບແວດລ້ອມທີ່ສັບສົນແລະມີການປ່ຽນແປງເລື້ອຍໆ, ການເປີດປະຕູສູ່ພາຍນອກ, ຄວາມໝັ້ນທ່ຽງແລະການພັດທະນາຂອງຕະຫຼາດຈີນ ໄດ້ອຳນວຍໂອກາດແລະທາງເລືອກຫຼາຍຢ່າງໃຫ້ແກ່ໂລກ. ໂດຍະສະເພາະແມ່ນການເປີດປະຕູສູ່ພາຍນອກຂອງຕະຫຼາດການທະນາຄານຂອງຈີນທີ່ນັບມື້ນັບລົງສູ່ລວງເລິກນັ້ນ, ໄດ້ອຳນວຍໂອກາດໃໝ່ໃຫ້ແກ່ນັກລົງທຶນເພື່ອຄຸ້ມຄອງການເງິນແລະຈັດສັນທຶນຮອນໃຫ້ດີ.

ໃນເວລາກ່າວຄຳປາໄສ, ທ່ານເຊ້ຍຊ່ຽນເຕີ, ຮອງລັດຖະມົນຕີ ທັງເປັນສະມາຊິກຄະນະພັກກະຊວງການເງິນຈີນກ່າວວ່າ, ປັດຈຸບັນນີ້, ໂລກ, ຍຸກສະໄໝ ແລະປະຫວັດສາດ ກຳລັງປະສົບກັບການປ່ຽນແປງທີ່ບໍ່ເຄີຍມີມາກ່ອນ, ໂອກາດການພັດທະນາກັບການປ່ຽນແປງຂອງສະຖານະການທົ່ວໂລກມີຢູ່ຮ່ວມກັນ. ໂດຍປະເຊີນໜ້າກັບການປ່ຽນແປງຂອງສະຖານະການທົ່ວໂລກ, ລັດຖະບານຈີນໄດ້ສຸມກຳລັງເພື່ອເຮັດໃຫ້ສະພາບລວມຂອງເສດຖະກິດມີຄວາມໝັ້ນທ່ຽງ, ເສດຖະກິດຈີນໄດ້ເສີມຂະຫຍາຍບົດບາດທີ່ເປັນແຮງຂັບເຄື່ອນຂອງເສດຖະກິດທົ່ວໂລກ.

Share this story on

Messenger Pinterest LinkedIn