ພາສາລາວ

ທ່ານຫວາງຢີ້ໂທລະສັບລົມກັບລັດຖະມົນຕີການຕ່າງປະເທດອາເມຣິກາ

CRI2023-02-04 13:33:50
Share
Share this with Close
Messenger Pinterest LinkedIn

ຕອນຄ່ຳວັນທີ 3 ກຸມພານີ້, ທ່ານຫວາງຢີ້ ກຳມະການກົມການເມືອງຄະນະກຳມະການສູນກາງພັກຄອມມູນິດຈີນ ທັງເປັນຫົວໜ້າຫ້ອງວ່າການຄະນະກຳມະການວຽກງານການຕ່າງປະເທດສູນກາງພັກຄອມມູນິດຈີນໄດ້ໂທລະສັບລົມກັບທ່ານອັນໂຕນີ ບຣິນເຄນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາຕາມນັດ. ສອງຝ່າຍໄດ້ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບການເຮັດແນວໃດເພື່ອແກ້ໄຂເຫດການທີ່ເກີດຂຶ້ນໂດຍບັງເອີນດ້ວຍທ່າທີທີ່ໃຈເຢັນ ແລະເປັນແບບວີຊາການ.

ທ່ານຫວາງຢີ້ກ່າວເນັ້ນວ່າ, ຈີນແມ່ນປະເທດທີ່ມີຄວາມຮັບຜິດຊອບ, ໄດ້ເຄົາລົບແລະປະຕິບັດຕາມກົດໝາຍສາກົນຢ່າງເຂັ້ມງວດມາໂດຍຕະຫຼອດ, ພວກເຮົາບໍ່ຮັບເອົາການສັນນິຖານແລະການໂຄສະນາທີ່ບໍ່ມີມູນຄວາມຈິງ. ເມື່ອເກີດສະພາບທີ່ບໍ່ສາມາດຄາດຄະເນໄດ້, ສິ່ງທີ່ສອງຝ່າຍຄວນເຮັດ, ກໍຄືຕ້ອງຮັກສາຄວາມໃຈເຢັນ, ແລກປ່ຽນກັນຢ່າງທັນການ, ຫຼີກເວັ້ນການຕັດສິນຢ່າງຜິດພາດ ແລະຄວບຄຸມຄວາມຂັດແຍ້ງກັນ.

Share this story on

Messenger Pinterest LinkedIn