ພາສາລາວ

ງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກສາກົນຈີນຄັ້ງທີ3ຈະໄຂຂຶ້ນຢູ່ນະຄອນໄຫໂຂແຂວງໄຫຫຼຳ

cri2023-02-03 16:38:59
Share
Share this with Close
Messenger Pinterest LinkedIn

ວັນທີ2ກຸມພານີ້,ນັກຂ່າວເປີດເຜີຍໃຫ້ຮູ້ວ່າ:ງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກສາກົນຈີນຄັ້ງທີ3ແມ່ນເປັນເຈົ້າພາບຮ່ວມໂດຍກະຊວງການຄ້າຈີນແລະອົງການປົກຄອງປະຊາຊົນແຂວງໄຫຫຼຳ ຈະຈັດຂຶ້ນຢູ່ນະຄອນໄຫໂຂລະຫວ່າງວັນທີ11-15 ເມສາ 2023 ໂດຍຈະຈັດພິທີເປີດງານໃນວັນທີ10ເມສາປີນີ້.

ງານວາງສະແດງຄັ້ງນີ້ຈະກາຍເປັນງານວາງສະແດງຄັ້ງທຳອິດທີ່ຈັດຂຶ້ນທາງອອຟລາຍໃນ 4 ງານວາງສະແດງໃຫຍ່ທີ່ຈະຈັດຂຶ້ນໃນປີ2023,ຜູ້ຮັບຜິດຊອບລະດັບສູງຂອງວິສາຫະກິດຕ່າງປະເທດທີ່ເປັນວິສາຫະກິດນຳໜ້າຂະແໜງການໃນທົ່ວໂລກແລະນັກທຸລະກິດຈັດຊື້ຈະນຳພາຄະນະເຂົ້າມາຈີນແລະເຂົ້າຮ່ວມງານວາງສະແດງຄັ້ງນີ້ ເພື່ອໂຄສະນາສິນຄ້າຂອງຕົນ ແລະໃຫ້ການຕອບສະໜອງກັບຄວາມຕ້ອງການເຊື່ອມຈອດກັນແບບເຊິ່ງໜ້າ.

ນັບມາຮອດປັດຈຸບັນ, ວຽກງານກະກຽມງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກສາກົນຈີນຄັ້ງທີ3ພວມດຳເນີນໄປດ້ວຍຄວາມສະດວກຫຼາຍ,ວຽກງານຮັບເອົາພາກສ່ວນເຂົ້າຮ່ວມງານວາງສະແດງໃນທົ່ວໂລກໄດ້ສຳເລັດໂດຍພື້ນຖານແລ້ວ. ງານວາງສະແດງຄັ້ງນີ້ມີເນື້ອທີ່ວາງສະແດງ100.000ຕາແມັດ,ໃນນັ້ນ, ເຂດວາງສະແດງສາກົນ80.000ຕາແມັດແລະເຂດວາງສະແດງພາຍໃນປະເທດ20.000ຕາແມັດ.

Share this story on

Messenger Pinterest LinkedIn