ພາສາລາວ

ທ່ານສີຈີ້ນຜິງກ່າວຄຳປາໄສຕໍ່ກອງປະຊຸມສຸດຍອດປະຊາຄົມປະເທດອາເມຣິກາ ລາຕິນ ແລະ ກາຣາອິບຄັ້ງທີ 7 ຜ່ານທາງວິດີໂອ

CRI2023-01-25 11:36:36
Share
Share this with Close
Messenger Pinterest LinkedIn

ວັນທີ 24 ມັງກອນນີ້, ກອງປະຊຸມສຸດຍອດປະຊາຄົມປະເທດອາເມຣິກາລາຕິນ ແລະ ກາຣາອິບຄັ້ງທີ 7 ໄດ້ຈັດຂຶ້ນຢູ່ບູນົສໄອເຣັດສ ນະຄອນຫຼວງອາກຊັງຕິນ. ທ່ານສີຈີ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສຕໍ່ກອງປະຊຸມສຸດຍອດຄັ້ງນີ້ຜ່ານທາງວິດີໂອ.

ທ່ານສີຈີ້ນຜິງກ່າວວ່າ, ປະເທດອາເມຣິກາລາຕິນ ແລະ ກາຣາອິບແມ່ນພາກສ່ວນສຳຄັນຂອງປະເທດພວມພັດທະນາ,ກໍ່ແມ່ນຜູ້ເຂົ້າຮ່ວມ ແລະ ຜູ້ປະກອບສ່ວນອັນຕັ້ງໜ້າເຂົ້າໃນການຄຸ້ມຄອງທົ່ວໂລກ,ປະຊາຄົມປະເທດອາເມຣິກາລາຕິນ ແລະ ກາລາອິບໄດ້ກາຍເປັນກຳລັງຊຸກຍູ້ການຮ່ວມມືໃຕ້ໃຕ້ທີ່ຂາດບໍ່ໄດ້ແລ້ວເຊິ່ງໄດ້ເສີມຂະຫຍາຍບົດບາດສຳຄັນເພື່ອຮັກສາສັນຕິພາບຂອງພາກພື້ນ, ຊຸກຍູ້ການພັດທະນາຮ່ວມ ແລະ ສົ່ງເສີມພາກພື້ນເຊື່ອມໂຍງເຂົ້າກັນ.

ທ່ານສີຈີ້ນຜິງກ່າວເນັ້ນໜັກວ່າ, ຈີນໃຫ້ຄວາມສຳຄັນຕໍ່ການພົວພັນກັບປະຊາຄົມປະເທດອາເມຣິກາລາຕິນ ແລະ ກາຣາອິບໃນລະດັບສູງ, ສອງຝ່າຍຈະຮ່ວມກັນເພີ່ມທະວີການກໍ່ສ້າງເວທີປຶກສາຫາລືຈີນ-ປະຊາຄົມອາເມຣິກາລາຕິນ-ກາຣາອິບຢ່າງບໍ່ຢຸດຢັ້ງ, ຊຸກຍູ້ການພົວພັນລະຫວ່າງສອງຝ່າຍເຂົ້າສູ່ຍຸກສະໄໝທີ່ີສະເໝີພາບ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ປະດິດສ້າງໃໝ່, ເປີດປະຕູສູ່ພາຍນອກ ແລະ ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ.ປັດຈຸບັນ, ໂລກໄດ້ເຂົ້າສູ່ໄລຍະປັ່ນປ່ວນ ແລະ ປ່ຽນແປງຄັ້ງໃໝ່, ມີແຕ່ເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມເທົ່ານັ້ນ ຈິ່ງສາມາດພ້ອມກັນຮັບມືກັບສິ່ງທ້າທາຍ ແລະ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກໄດ້.

Share this story on

Messenger Pinterest LinkedIn