ພາສາລາວ

ຍອດຈຳນວນການຜະລິດ ແລະການຈຳໜ່າຍລົດພະລັງງານໃໝ່ຂອງຈີນເປັນອັນດັບທີ 1 ໃນທົ່ວໂລກເປັນເວລາ 8 ປີລຽນຕິດ

cri2023-01-24 12:51:47
Share
Share this with Close
Messenger Pinterest LinkedIn

ອີງຕາມຕົວເລກສະຖິຕິຫຼ້າສຸດຂອງສະມາຄົມອຸດສາຫະກຳລົດຍົນຈີນສະແດງໃຫ້ເຫັນວ່າ: ລົດພະລັງງານໃໝ່ຂອງຈີນໄດ້ຮັບການພັດທະນາແບບກ້າວກະໂດດໃນປີ 2022 ຜ່ານມາ, ຍອດຈຳນວນການຜະລິດ ແລະການຈຳໜ່າຍຕ່າງແມ່ນ 7,058 ລ້ານຄັນ ແລະ 6,887 ລ້ານຄັນ, ເຊິ່ງເປັນອັນດັບທີ 1 ໃນທົ່ວໂລກເປັນເວລາ 8 ປີລຽນຕິດ.

ປີ 2022 ຜ່ານມາ, ຍອດຈຳນວນການຈຳໜ່າຍລົດພະລັງງານໃໝ່ຂອງຈີນກວມຫຼາຍກວ່າ 60% ຂອງຍອດຈຳນວນການຈຳໜ່າຍລົດພະລັງງານໃໝ່ທັງໝົດໃນທົ່ວໂລກ. ໃນກຸ່ມບໍລິສັດທີ່ຍອດຈຳນວນການຈຳໜ່າຍລົດພະລັງງານໃໝ່ເປັນ 10 ອັນດັບທຳອິດໃນທົ່ວໂລກນັ້ນ, ມີກຸ່ມບໍລິສັດຈີນ 3 ແຫ່ງ.

ປັດຈຸບັນ, ລົດພະລັງງານໃໝ່ຂອງຈີນໄດ້ເຂົ້າສູ່ໄລຍະເປີດກວ້າງຕະຫຼາດຢ່າງຮອບດ້ານ, ຄາດວ່າຈະສືບຕໍ່ຮັກສາທ່ວງທ່າທີ່ເຕີບໂຕຢ່າງວ່ອງໄວໃນປີນີ້.

Share this story on

Messenger Pinterest LinkedIn