ພາສາລາວ

ຄາດວ່າຍອດຈຳນວນການຂົນສົ່ງຜູ້ໂດຍສານຕາມທາງລົດໄຟທົ່ວປະເທດຈີນໃນວັນທີ 24 ມັງກອນນີ້ຈະບັນລຸເຖິງ 6,7 ລ້ານເທື່ອຄົນ

cri2023-01-24 12:50:28
Share
Share this with Close
Messenger Pinterest LinkedIn

ກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນເປີດເຜີຍໃຫ້ຮູ້ວ່າ: ວັນທີ 23 ມັງກອນນີ້, ຍອດຈຳນວນການຂົນສົ່ງຜູ້ໂດຍສານຕາມທາງລົດໄຟທົ່ວປະເທດຈີນໄດ້ບັນລຸ 5,223 ລ້ານເທື່ອຄົນ, ແລ່ນລົດໄຟຜູ້ໂດຍສານ 6.683 ຂະບວນ. ວັນທີ 24 ມັງກອນນີ້, ຄາດວ່າຍອດຈຳນວນການຂົນສົ່ງຜູ້ໂດຍສານຕາມທາງລົດໄຟທົ່ວປະເທດຈີນຈະບັນລຸເຖິງ 6,7 ລ້ານເທື່ອຄົນ, ແລ່ນລົດໄຟໂດຍສານ 8.013 ຂະບວນ.

ການຂົນສົ່ງຜູ້ໂດຍສານໃນໄລຍະບຸນກຸດຈີນ 2023 ແມ່ນເລີ່ມແຕ່ວັນທີ 7 ມັງກອນນີ້ ຈົນຮອດວັນທີ 15 ກຸມພາທີ່ຈະມາເຖິງ, ເປັນໄລຍະເວລາ 40 ວັນ. ຜູ້ຮັບຜິດຊອບພະແນກການຂົນສົ່ງຜູ້ໂດຍສານຂອງກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນແນະນຳວ່າ, ການຂົນສົ່ງຜູ້ໂດຍສານໃນໄລຍະບຸນກຸດຈີນ 2023 ແມ່ນການຂົນສົ່ງຜູ້ໂດຍສານໃນໄລຍະບຸນກຸດຈີນຄັ້ງທຳອິດ ພາຍຫຼັງສູນກາງຈີນປັບປຸງນະໂຍບາຍປ້ອງກັນພະຍາດໂຄວິດ-19ເປັນຕົ້ນມາ, ຈຳນວນຜູ້ໂດຍສານຕາມທາງລົດໄຟມີທ່ວງທ່າເພີ່ມຂຶ້ນ, ການຂົນສົ່ງມີຄວາມໝັ້ນທ່ຽງໂດຍລວມ.

Share this story on

Messenger Pinterest LinkedIn