ພາສາລາວ

ນາງເຊີນວ້າງຮຸ້ຍ: ເຮັດໃຫ້ດອກກຸຫຼາບທຸກດອກລ້ວນແຕ່ກາຍເປັນດອກຮັ່ງມີ

cri2022-12-02 12:19:49
Share
Share this with Close
Messenger Pinterest LinkedIn

ເຊີນວ້າງຮຸ້ຍໄດ້ຄົ້ນຫາຂໍ້ມູນຈິ່ງຮູ້ວ່າ ດອກກຸຫຼາບເປັນ “ມິ່ງຂວັນ” ແລະບໍ່ພຽງແຕ່ໃຊ້ເປັນອາຫານເທົ່ານັ້ນ ທັງໃຊ້ເປັນຢາປົວພະຍາດນໍາອີກ; ນ້ຳມັນດອກກຸຫຼາບຍັງຖືກເອີ້ນວ່າ “ຄຳແຫຼວ” ທີ່ມີລາຄາແພງ. ເພື່ອຊອກຫາຕົ້ນກຸຫຼາບທີ່ສາມາດເຮັດໃຫ້ທົ່ວບ້ານຫຼຸດພົ້ນອອກຈາກຄວາມທຸກຍາກ, ເຊີນວ້າງຮຸ້ຍ ໄດ້ຂີ່ລົດເມ, ລົດສາມລໍ້, ລົດຕັກເຕີ ແລະອື່ນໆ ເດີນທາງໄປສູນປູກຕົ້ນກຸຫຼາບແຫ່ງຕ່າງໆ ເພື່ອຂໍຄວາມຮູ້ດ້ານການຄັດເລືອກແນວພັນ ແລະຄຸ້ມຄອງການປູກຕົ້ນກຸຫຼາບ. ບໍ່ເທົ່າໃດເດືອນ ນາງກໍໄດ້ກຳແໜ້ນສີມືການປູກໂດຍພື້ນຖານ. ຫຼັງຈາກກັບເມືອບ້ານແລ້ວ, ເຊີນວ້າງຮຸ້ຍ ກໍເລີ່ມທົດລອງປູກຕົ້ນກຸຫຼາບ 8 ຊະນິດ.

ປີ 2013, ດອກກຸຫຼາບທີ່ສວຍງາມ ແລະ ສົ່ງກິ່ນຫອມໃນບ້ານມ້າວສູຍ ໄດ້ກາຍເປັນສິ່ງຕອບບຸນແທນຄຸນທີ່ດີທີ່ສຸດໃຫ້ກັບຄວາມຈິງໃຈ ແລະ ອົດທົນຂອງເຊີນວ້າງຮຸ້ຍ. ແນວພັນດອກກຸຫຼາບທີ່ນາງນຳເອົາມານັ້ນ ເປັນແນວພັນດີເດັ່ນ ເໝາະກັບການປູກຢູ່ທ້ອງຖິ່ນຕົນຫຼາຍ. ເຊີນວ້າງຮຸ້ຍ ຈຶ່ງສອນເຕັກນິກປູກດອກໄມ້ອັນກ້າວໜ້າທີ່ຕົນເອງຮຽນມານັ້ນ ໃຫ້ຊາວບ້ານທັງຫຼາຍ ແລະນຳພາຄົນທັງຫຼາຍປູກດອກກຸຫຼາບເພື່ອສ້າງຄວາມຮັ່ງມີ.

ເພື່ອຍົກສູງມູນຄ່າເພີ່ມຂອງດອກກຸຫຼາບ, ເຊີນວ້າງຮຸ້ຍ ຍັງຕົກລົງສ້າງໂຮງງານປຸງແຕ່ງເອົາເອງ. ນາງກັດແຂ້ວຂາຍເຮືອນຂອງຕົນ, ທັງຢືມເງິນຈາກໝູ່ເພື່ອນ ແລະ ທະນາຄານເພື່ອສ້າງຕັ້ງໂຮງງານປຸງແຕ່ງ. ຜ່ານການພັດທະນາຫຼາຍປີ, ຮອດປັດຈຸບັນ ໂຮງງານປຸງແຕ່ງຂອງນາງສາມາດຜະລິດນ້ຳມັນກຸຫຼາບ, ແຈ່ວກຸຫຼາບ, ເຂົ້າໜົມກຸຫຼາບ ແລະ ຜະລິດຕະພັນອື່ນໆລວມທັງໝົດ 20 ກວ່າຊະນິດ, ຍອດມູນຄ່າຈຳໜ່າຍໃນປີ 2021 ໄດ້ບັນລຸເຖິງ 30 ລ້ານຢວນ.

ໃນຊຸມປີມໍ່ໆມານີ້, ຍ້ອນຕະຫຼາດມີສະຖານະການນັບມື້ນັບຂ້ຽວຂາດ, ເພື່ອຮັບປະກັນການພັດທະນາແບບຍືນຍົງຂອງອຸດສາຫະກຳດອກກຸຫຼາບ, ເຊີນວ້າງຮຸ້ຍ ໄດ້ກັດແຂ້ວອີກໂດຍລະດົມເງິນ 30 ລ້ານຢວນເພື່ອສ້າງຕັ້ງອາຄານສໍາລັບຄົ້ນຄວ້າວິທະຍາສາດດອກກຸຫຼາບ ເພື່ອຄົ້ນຄວ້າພັດທະນາຕ່ອງໂສ້ການຜະລິດແລະ ຜະລິດຕະພັນດອກກຸຫຼາບຢ່າງແຂງແຮງ. ການສ້າງຕັ້ງອາຄານດັ່ງກ່າວ ເຮັດໃຫ້ບັນຫາຂອງວິສາຫະກິດທີ່ຂາດເຂີນຜູ້ມີຄວາມຮູ້ຄວາມສາມາດ, ນັກວິຊາການທີ່ຖືກເຊີນມາເຮັດວຽກຍາກ ແລະ ເຮັດວຽກຢູ່ດົນຍາກນັ້ນ ຄ່ອຍໆດີຂຶ້ນ, ບໍ່ພຽງແຕ່ບັນລຸການເຕີບໃຫຍ່ລັກສະນະທາດແທ້ແບບຍືນຍົງ ແລະ ປອດໄສຂອງອຸດສາຫະກຳດອກກຸຫຼາບເທົ່ານັ້ນ, ຍັງໄດ້ເຮັດໃຫ້ຊາວບ້ານເກືອບ 200 ຄົນມີວຽກເຮັດງານທຳທີ່ພໍໃຈຢູ່ກັບໜ້າບ້ານ, ແລະມີລາຍໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

首页上一页123全文 3 下一页

Share this story on

Messenger Pinterest LinkedIn