ພາສາລາວ

ອາເມຣິກາເຜີຍແຜ່ບົດລາຍງານປະຈຳປີກ່ຽວກັບກຳລັງການທະຫານຂອງຈີນ ກໍເພື່ອເປັນຂໍ້ອ້າງໃນການຮັກສາມະຫາອຳນາດດ້ານການທະຫານຂອງຕົນ

CRI2022-12-01 14:44:26
Share
Share this with Close
Messenger Pinterest LinkedIn

ກະຊວງປ້ອງກັນປະເທດອາເມຣິກາໄດ້ເຜີຍແຜ່ບົດລາຍງານປະຈຳປີກ່ຽວກັບກຳລັງການທະຫານຂອງຈີນໃນວັນທີ 29 ພະຈິກຜ່ານມາ ໂດຍກ່າວວ່າ: ຮອດປີ 2035, ຈີນອາດຈະມີຫົວຮົບນິວເຄລຍເຖິງປະມານ 1.500 ລູກ.

ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ກ່າວຕອບໂຕ້ຕໍ່ກໍລະນີດັ່ງກ່າວ ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 30 ພະຈິກຜ່ານມາວ່າ: ໃນຊຸມປີຜ່ານມາ, ອາເມຣິກາໄດ້ປັ້ນຂ່າວອັນທີ່ເອີ້ນວ່າ “ໄພຄຸກຄາມຈາກຈີນ” ເທື່ອແລ້ວເທື່ອອີກດ້ວຍຂໍ້ອ້າງຕ່າງໆ ເຊິ່ງຈຸດປະສົງຂອງເຂົາກໍເພື່ອໃຊ້ເປັນຂໍ້ອ້າງຂອງຕົນໃນການຂະຫຍາຍສາງອາວຸດນິວເຄລຍ ແລະ ຮັກສາມະຫາອຳນາດດ້ານການທະຫານ.

ທ່ານຈ້າວລີ້ຈ່ຽນຊີ້ໃຫ້ເຫັນວ່າ: ໃນຖານະເປັນປະເທດທີ່ມີສາງອາວຸດນິວເຄລຍໃຫຍ່ທີ່ສຸດຢູ່ໃນໂລກ, ໃນຊຸມປີຜ່ານມາ, ອາເມຣິກາໄດ້ຍົກລະດັບກຳລັງອາວຸດນິວເຄລຍຂອງຕົນຢູ່ເລື້ອຍໆ ລວມທັງອາວຸດນິວເຄລຍທີ່ໂຈມຕີທາງອາກາດ, ທາງໃຕ້ທະເລ ແລະ ທາງໃຕ້ດິນ, ສືບຕໍ່ເສີມຂະຫຍາຍບົດບາດຂອງອາວຸດນິວເຄລຍໃນນະໂຍບາຍຄວາມໝັ້ນຄົງແຫ່ງຊາດ, ດືດ້ານຫົວແຂງທີ່ຍຶດໝັ້ນນຳໃຊ້ນະໂຍບາຍການຂົ່ມຂູ່ດ້ວຍອາວຸດນິວເຄລຍທີ່ຖືການຊີງກັນໃຊ້ອາວຸດນິວເຄລຍກ່ອນເປັນຫຼັກ, ຍິ່ງໄປກວ່ານັ້ນ, ຍັງໄດ້ວາງຍຸດທະສາດການຂົ່ມຂູ່ດ້ວຍອາວຸດນິວເຄລຍທີ່ປະຕິບັດຕໍ່ປະເທດເປົ້າໝາຍສະເພາະ, ແລະຍັງໄດ້ດຳເນີນການຮ່ວມມືດ້ານກຳປັ່ນ ດຳນ້ຳພະລັງງານນິວເຄລຍກັບອັງກິດ, ອົສຕຣາລີ ຢ່າງຝືນກັບຈຸດປະສົງຂອງ “ສົນທິສັນຍາວ່າດ້ວຍການບໍ່ແຜ່ຜາຍອາວຸດນິວເຄລຍ”. ສິ່ງທີ່ອາເມຣິກາຄວນກະທຳໃນປັດຈຸບັນ ຄື ຄວນທົບທວນນະໂຍບາຍນິວເຄລຍຂອງຕົນຄືນໃໝ່ຢ່າງຕັ້ງໜ້າ ແລະ ແບກຫາບຄວາມຮັບຜິດຊອບບຸລິມະສິດເປັນພິເສດຢ່າງແທ້ຈິງໃນການຫຼຸດກຳລັງອາວຸດນິວເຄລຍ.

Share this story on

Messenger Pinterest LinkedIn