ພາສາລາວ

ເຮືອບິນໃຫຍ່ C-919 ຂອງຈີນໄດ້ຮັບໃບອະນຸມັດການຜະລິດ

CRI2022-11-30 10:57:50
Share
Share this with Close
Messenger Pinterest LinkedIn

ວັນທີ 29 ພະຈິກນີ້, ອົງການຄຸ້ມຄອງການບິນພົນລະເຮືອນເຂດພາກຕາເວັນອອກຈີນ ໄດ້ອອກໃບອະນຸມັດການຜະລິດເຮືອບິນໃຫຍ່ C-919 ໃຫ້ບໍລິສັດເຮືອບິນທຸລະກິດຈີນຈຳກັດ ຫຼື COMAC ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ຈີນມີຄວາມສາມາດໃນການຜະລິດ ເຮືອບິນໂດຍສານຂະໜາດໃຫຍ່ເປັນຈຳນວນຫຼວງຫຼາຍ ເຊິ່ງຈະເປັນການສ້າງເງື່ອນໄຂໃຫ້ແກ່ ການພັດທະນາຕ່ອງໂສ້ອຸດສາຫະກຳການຜະລິດເຮືອບິນພົນລະເຮືອນຄົບວົງຈອນ.

ໜ່ວຍກວດກາເພື່ອອອກໃບອະນຸມັດການຜະລິດເຮືອບິນໃຫຍ່ C-919 ແມ່ນຈັດຕັ້ງຂຶ້ນ ໂດຍອົງການຄຸ້ມຄອງການບິນພົນລະເຮືອນເຂດພາກຕາເວັນອອກຈີນ ເຊິ່ງປະກອບດ້ວຍ 15 ຄົນ. ໂດຍອີງຕາມກົດລະບຽບຄວາມປອດໄພຂອງການບິນພົນລະເຮືອນ ຄື ‘’ຂໍ້ກຳນົດ ວ່າດ້ວຍການກວດກາຄວາມໄດ້ມາດຕະຖານຂອງຜະລິດຕະພັນການບິນພົນລະເຮືອນ ແລະອາໄລ່‘’ ແລະ ລະບຽບການຄຸ້ມຄອງຄວາມປອດໄພຂອງການບິນພົນລະເຮືອນ ຄື ‘’ລະບຽບການອະນຸມັດແລະຕິດຕາມການຜະລິດ”, ໜ່ວຍກວດກາດັ່ງກ່າວໄດ້ກວດກາ ແລະ ກວດສອບເອກະສານຄຸນນະພາບທີ່ເປັນລະບົບ. ວຽກງານກວດກາແລະອອກໃບອະນຸມັດດັ່ງ ກ່າວໄດ້ໃຊ້ເວລາ 3 ປີ 8 ເດືອນ.

ຄາດວ່າເຮືອບິນ C-919 ລຳທຳອິດຈະຖືກມອບໃຫ້ກຸ່ມບໍລິສັດໄຊນາເອັສເຕີນ (China Eastern)ໃນເດືອນທັນວາປີນີ້. ຂະນະທີ່ອົງການຄຸ້ມຄອງການບິນພົນລະເຮືອນເຂດພາກຕາ ເວັນອອກຈີນ ຈະສືບຕໍ່ຕິດຕາມຄຸ້ມຄອງການຜະລິດເຮືອບິນ C-919 ເພື່ອຊຸກຍູ້ການພັດທະ ນາອຸດສາຫະກຳເຮືອບິນພົນລະເຮືອນຂອງຈີນໃຫ້ມີຄຸນນະພາບສູງ.

Share this story on

Messenger Pinterest LinkedIn