ພາສາລາວ

ການຍິງສົ່ງຍານອະວະກາດບັນທຸກຄົນ “ເຊີນໂຈ່ວ 15” ໄດ້ຮັບຜົນສຳເລັດຢ່າງຈົບງາມ

cri2022-11-30 10:57:28
Share
Share this with Close
Messenger Pinterest LinkedIn

ເວລາ 23 ໂມງ 8 ນາທີຂອງວັນທີ 29 ພະຈິກຕາມເວລາປັກກິ່ງ, ຈະຫຼວດສົ່ງຍານ “ສາງເຈິ່ງ 2FY15” ທີ່ນຳສົ່ງຍານອະວະກາດບັນທຸກຄົນ “ເຊີນໂຈ່ວ 15” ໄດ້ຖືກສົ່ງຂຶ້ນສູ່ອະວະກາດຈາກຖານສົ່ງດາວທຽມຈິວຊວນ, ຫຼັງຈາກນັ້ນປະມານ 10 ນາທີ, ຍານອະວະກາດບັນທຸກຄົນ “ເຊີນໂຈ່ວ 15” ໄດ້ແຍກອອກຈາກຈະຫຼວດສົ່ງຍານ ແລະ ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ລ່ວງໜ້າ, ນັກບິນອະວະກາດມີສະພາບທີ່ດີ, ການຍິງສົ່ງຍານອະວະກາດຄັ້ງນີ້ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ນັບມາຮອດປັດຈຸບັນ, ພາລະກິດການຍິງສົ່ງຍານອະວະກາດ 12 ເທື່ອຂອງສະຖານີອະວະກາດຈີນໃນໄລຍະການກໍ່ສ້າງ ແລະ ທົດສອບເຕັກນິກສຳຄັນໄດ້ສຳເລັດທັງໝົດແລ້ວ.

ຈຸນັກບິນອະວະກາດປະຈຳພາລະກິດ “ເຊີນໂຈ່ວ 15” ປະກອບດ້ວຍນັກບິນອະວະກາດສາມຄົນຄື: ທ່ານເຟີ້ຍຈຸ້ນລົງ, ທ່ານເຕີ້ນຊິງມິງ ແລະ ທ່ານຈ່າງລູ້, ເຂົາເຈົ້າຈະດຳລົງຊີວິດ ແລະ ເຮັດວຽກຢູ່ສະຖານີອະວະກາດເປັນເວລາ 6 ເດືອນ, ວຽກງານຕົ້ນຕໍຂອງເຂົາເຈົ້າລວມທັງທົດສອບຄວາມສາມາດການປ່ຽນຝຽນກັນໃນວົງໂຄຈອນຂອງສະຖານີອະວະກາດ, ແລະສຳເລັດການປ່ຽນຝຽນກັນໃນວົງໂຄຈອນຂອງຈຸນັກບິນອະວະກາດເປັນຄັ້ງທຳອິດ.

Share this story on

Messenger Pinterest LinkedIn