ພາສາລາວ

ທ່ານສີຈິ້ນຜິງສົ່ງສານຊົມເຊີຍໄປຍັງເວທີເປິກສາຫາລືດ້ານການຄ້າພະລັງງານຈີນ-ຣັດເຊຍຄັ້ງທີ 4

cri2022-11-30 10:57:29
Share
Share this with Close
Messenger Pinterest LinkedIn

ວັນທີ 29 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ສົ່ງສານຊົມເຊີຍໄປຍັງເວທີເປິກສາຫາລືດ້ານການຄ້າພະລັງງານຈີນ-ຣັດເຊຍຄັ້ງທີ 4.

ເນື້ອໃນສານຂອງທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ການຮ່ວມມືດ້ານພະລັງງານລະຫວ່າງຈີນກັບຣັດເຊຍ ເປັນພື້ນຖານທີ່ສຳຄັນຂອງການຮ່ວມມືຕົວຈິງລະຫວ່າງສອງປະເທດ ພ້ອມທັງເປັນພະລັງທີ່ສ້າງສັນໃນການຮັກສາຄວາມໝັ້ນຄົງດ້ານພະລັງງານຂອງທົ່ວໂລກ. ເມື່ອປະເຊີນໜ້າກັບຄວາມສ່ຽງ ແລະສິ່ງທ້າທາຍຈາກພາຍນອກ, ຈີນ ແລະຣັດເຊຍໄດ້ເພີ່ມທະວີການແລກປ່ຽນ ແລະການປະສານງານ, ຊຸກຍູ້ການຮ່ວມມືດ້ານໂຄງການໃຫຍ່ທີ່ສຳຄັນ ເຊິ່ງສະແດງໃຫ້ເຫັນເຖິງອະນາຄົດອັນກວ້າງຂວາງຂອງການພົວພັນຄູ່ຮ່ວມປະສານງານຍຸດທະສາດຮອບດ້ານໃນຍຸກໃໝ່ລະຫວ່າງຈີນກັບຣັດເຊຍ. ຈີນຍິນດີຮ່ວມກັບຣັດເຊຍ, ສ້າງການພົວພັນຄູ່ຮ່ວມມືດ້ານພະລັງງານທີ່ແໜ້ນແຟ້ນກວ່າເກົ່າ, ຊຸກຍູ້ການພັດທະນາຂອງພະລັງງານໃຫ້ມີຄວາມສະອາດ ແລະສີຂຽວ, ຮ່ວມກັນຮັກສາຄວາມໝັ້ນຄົງຂອງພະລັງງານສາກົນ ແລະຄວາມໝັ້ນທ່ຽງຂອງຕ່ອງໂສ້ອຸດສາຫະກຳ ແລະຕ່ອງໂສ້ການສະໜອງ ເພື່ອປະກອບສ່ວນອັນໃໝ່ເຂົ້າໃນການພັດທະນາຂອງຕະຫຼາດພະລັງງານສາກົນຢ່າງຍາວນານ, ປອດໃສ ແລະຍືນຍົງ.

ມື້ດຽວກັນ, ທ່ານວາລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ກໍໄດ້ສົ່ງສານຊົມເຊີຍໄປຍັງເວທີເປິກສາຫາລືດ້ານການຄ້າພະລັງງານຈີນ-ຣັດເຊຍຄັ້ງທີ 4 ເຊັ່ນດຽວກັນ.

Share this story on

Messenger Pinterest LinkedIn