ພາສາລາວ

ສີມືປຸງແຕ່ງຊາແບບດັ້ງເດີມຂອງຈີນແລະຮີດຄອງປະເພນີທີ່ກ່ຽວຂ້ອງ ຖືກຈັດເຂົ້າໃນບັນຊີລາຍຊື່ມໍລະດົກໂລກທາງວັດທະນະທຳນາມມະທຳ

CRI2022-11-30 10:51:35
Share
Share this with Close
Messenger Pinterest LinkedIn

ຕອນຄ່ຳວັນທີ 29 ພະຈິກນີ້ຕາມເວລາປັກກິ່ງ, “ສີມືປຸງແຕ່ງຊາແບບດັ້ງເດີມຂອງຈີນແລະຮີດຄອງປະເພນີທີ່ກ່ຽວຂ້ອງ” ທີ່ຈີນເປັນຝ່າຍຮ້ອງຂໍ ໄດ້ຜ່ານການຄົ້ນຄວ້າພິຈາລະນາ ແລະ ຖືກຈັດເຂົ້າໃນບັນຊີລາຍຊື່ມໍລະດົກໂລກທາງວັດທະນະທຳນາມມະທຳຂອງອົງການເພື່ອການສຶກສາວິທະຍາສາດແລະວັດທະນະທຳແຫ່ງ ສປຊ ຫຼື ຢູເນັດສະໂກ ໃນກອງປະຊຸມຄັ້ງທີ 17 ຂອງຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການປົກປ້ອງມໍລະດົກວັດທະນະທຳນາມມະທຳຂອງອົງການຢູເນັດສະໂກ ທີ່ຈັດຂຶ້ນຢູ່ນະຄອນຣາບັດປະເທດມາຣົກ. ນັບມາຮອດປັດຈຸບັນນີ້, ຈີນມີ 43 ໂຄງການຖືກຈັດເຂົ້າໃນບັນຊີລາຍຊື່ມໍລະດົກໂລກທາງວັດທະນະທຳນາມມະທຳຂອງອົງການຢູເນັດສະໂກ ແລະ ເປັນອັນດັບ 1 ຂອງໂລກ.

Share this story on

Messenger Pinterest LinkedIn