ພາສາລາວ

ທ່ານສີຈິ້ນຜິງພົບປະກັບປະທານາທິບໍດີປະເທດມົງໂກລີ

cri2022-11-29 16:03:36
Share
Share this with Close
Messenger Pinterest LinkedIn

ຕອນບ່າຍວັນທີ 28 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະເຈລະຈາກັບທ່ານ ຄານາກິອິນ ຄູເຣສຊູ ປະທານາທິບໍດີປະເທດມົງໂກລີ ທີ່ເດີນທາງມາຢ້ຽມຢາມຈີນທາງລັດຖະກິດ ຢູ່ຫໍສະພາປະຊາຊົນ ທີ່ນະຄອນຫຼວງປັກກິ່ງ ປະເທດຈີນ.

ສອງຝ່າຍໄດ້ອອກຖະແຫຼງການຮ່ວມລະຫວ່າງ ສປ ຈີນ ກັບມົງໂກລີ ວ່າດ້ວຍການຊຸກຍູ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານໃນຍຸກໃໝ່ ໂດຍເຫັນດີເປັນເອກະພາບກັນຈະຮ່ວມກັນຊຸກຍູ້ການສ້າງຄວາມທັນສະໄໝ, ທຳຄວາມພະຍາຍາມໂດຍມຸ່ງໜ້າໄປສູ່ການສ້າງການພົວພັນຄູ່ຮ່ວມຊາຕາກຳທີ່ຢູ່ຮ່ວມກັນໂດຍສັນຕິ, ຊ່ວຍຊູຍູ້ໜູນກັນ ແລະຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ.

ຫຼັງຈາກການພົບປະ , ປະມຸກລັດສອງປະເທດໄດ້ຮ່ວມກັນເປັນສັກຂີພິຍານໃຫ້ແກ່ການເຊັນເອກະສານການຮ່ວມມືສອງຝ່າຍຫຼາຍສະບັບກ່ຽວກັບເສດຖະກິດການຄ້າ, ການລົງທຶນ, ດ່ານພາສີ, ການແກ້ໄຂບັນຫາການຫັນເປັນທະເລຊາຍ ແລະອື່ນໆ.

Share this story on

Messenger Pinterest LinkedIn