ພາສາລາວ

ຄະນະກຳມະການອອກລະບຽບການຈັດເກັບພາສີແຫ່ງລັດຈີນ ໄດ້ເປີດເຜີຍບັນຊີລາຍຊື່ຍົກເວັ້ນການແກ່ຍາວເວລາຄັ້ງທີ 9 ໃນການຂຶ້ນອັດຕາພາສີຕໍ່ສິນຄ້າອາເມຣິກາ

CRI2022-11-29 16:00:20
Share
Share this with Close
Messenger Pinterest LinkedIn

ໂດຍໄດ້ຮັບການອະນຸມັດຈາກຄະນະລັດຖະບານຈີນ, ວັນທີ 28 ພະຈິກນີ້, ຄະນະກຳມະການອອກລະບຽບການຈັດເກັບພາສີແຫ່ງລັດຈີນ ໄດ້ເປີດເຜີຍບັນຊີລາຍຊື່ຍົກເວັ້ນການແກ່ຍາວເວລາຄັ້ງທີ 9 ໃນການຂຶ້ນອັດຕາພາສີຕໍ່ສິນຄ້າອາເມຣິກາ ໂດຍໄດ້ແກ່ຍາວເວລາຍົກເວັ້ນຕໍ່ສິນຄ້າທີ່ກ່ຽວຂ້ອງຕາມ “ແຈ້ງການຂອງຄະນະກຳມະການອອກລະບຽບການຈັດເກັບພາສີແຫ່ງລັດຈີນ ກ່ຽວກັບບັນຊີລາຍຊື່ຍົກເວັ້ນການແກ່ຍາວເວລາຄັ້ງທີ 9 ໃນການຂຶ້ນອັດຕາພາສີຕໍ່ສິນຄ້າອາເມຣິກາ”, ນັບແຕ່ວັນທີ 1 ທັນວາປີ 2022 ຫາວັນທີ 31 ພຶດສະພາປີ 2023, ສືບຕໍ່ບໍ່ຂຶ້ນອັດຕາພາສີ ທີ່ຈີນໄດ້ຂຶ້ນອັດຕາພາສີ ເພື່ອຕໍ່ຕ້ານມາດຕະການ 301 ຂອງອາເມຣິກາ.

Share this story on

Messenger Pinterest LinkedIn