ພາສາລາວ

ຈັດງານເອສໂປຮັບສະໝັກງານສຳລັບຊາວໜຸ່ມຮົງກົງ 4000 ກວ່າຕຳແໜ່ງງານຢູ່ເຂດອ່າວໃຫຍ່

cri2022-11-27 16:53:37
Share
Share this with Close
Messenger Pinterest LinkedIn

ວັນທີ 26 ພະຈິກນີ້, ງານເອສໂປຮັບສະໝັກງານເຂດອ່າວໃຫຍ່ ກວາງຕຸ້ງ-ຮົງກົງ-ມາກາວສຳລັບຊາວໜຸ່ມຮົງກົງ ຈັດຂຶ້ນຢູ່ສູນປະຊຸມວາງສະແດງຮົງກົງ. ງານເອສໂປເທື່ອນີ້, ມີວິສາຫະກິດຫຼາຍກວ່າ 120 ແຫ່ງເຂົ້າຮ່ວມ, ສະໜອງປະມານ 4.100 ຕຳແໜ່ງງານ, ໃນນັ້ນ, 3.500 ຕຳແໜ່ງງານຢູ່ເຂດບໍລິຫານພິເສດຮົງກົງ, ປະມານ 600 ຕຳແໜ່ງງານຢູ່ແຂວງກວາງຕຸ້ງ, ງານເອສໂປເທື່ອນີ້ໄດ້ດຶງດູດຊາວໜຸ່ມ 3.000 ກວ່າຄົນເຂົ້າຮ່ວມ. ໃນຖານະເປັນງານຮັບສະໝັກງານສັງລວມຂະໜາດໃຫຍ່ທີ່ກວມເຖິງ ງານຮັບສະໝັກງານ, ງານສົນທະນາທີ່ເຜີຍແຜ່ຄວາມຮັບຮູ້ ແລະເວທີເປິກສາຫາລື, ຫວັງວ່າ, ໃນຂະນະທີ່ເສດຖະກິດເຂດຮົງກົງຄ່ອຍໆຟື້ນຕົວຄືນ, ງານເອສໂປເທື່ອນີ້ ຈະເພີ່ມພະລັງຊີວິດທີ່ແຂງແຮງເຂົ້າໃນຕະຫຼາດປະກອບອາຊີບ, ອຳນວຍເວທີທີ່ມີຄຸນນະພາບສູງໃຫ້ແກ່ຊາວໜຸ່ມ ເພື່ອໃຫ້ເຂົາເຈົ້າໄດ້ຮັບຂໍ້ມູນຂ່າວສານແລະໂອກາດດ້ານການປະກອບອາຊີບຫຼາຍກວ່າເກົ່າ.

ງານເອສໂປຮັບສະໝັກງານເທື່ອນີ້ໄດ້ກວມເຖິງຫຼາຍຂະແໜງການ ເຊັ່ນ: ການບໍລິການດ້ານກົດໝາຍ, ການບັນຊີແລະການທະນາຄານ, ວິທະຍາສາດເຕັກໂນໂລຢີດ້ານຂໍ້ມູນຂ່າວສານ, ການບໍລິການແລະຊອບເວຄອມພິວເຕີ, ຢາຊີວະພາບແລະອື່ນໆ. ວົງການຕ່າງໆກ່າວຢືນຢັນວ່າ, ງານເທື່ອນີ້ໄດ້ສ້າງຂົວຕໍ່ລະຫວ່າງວິສາຫະກິດກັບຊາວໜຸ່ມ ຂອງເຂດອ່າວໃຫຍ່ແລະເຂດຮົງກົງ, ເພື່ອຊ່ວຍເຫຼືອຊາວໜຸ່ມຮົງກົງວາງແຜນສຳລັບອະນາຄົດຂອງຕົນໃຫ້ດີກວ່າເກົ່າ, ຊຸກຍູ້ໃຫ້ຊາວໜຸ່ມເຊື່ອມໂຍງເຂົ້າໃນການສ້າງເຂດອ່າວໃຫຍ່.

Share this story on

Messenger Pinterest LinkedIn