ພາສາລາວ

ສຳເລັດການຜະລິດບັນດາໜ່ວຍຈັກຜະລິດໄຟຟ້າດ້ວຍພະລັງງານລົມທະເລ ທີ່ມີຄວາມສາມາດຜະລິດໄຟຟ້າໄດ້ຫຼາຍທີ່ສຸດ 16 ເມກາວັດຕໍ່ໜ່ວຍ

cri2022-11-24 17:38:41
Share
Share this with Close
Messenger Pinterest LinkedIn

ວັນທີ 23 ພະຈິກນີ້, ກຸ່ມບໍລິສັດສາມຮ່ອມພູຈີນໃຫ້ຮູ້ວ່າ, ບັນດາໜ່ວຍຈັກຜະລິດໄຟຟ້າດ້ວຍພະລັງງານລົມທະເລທີ່ມີຄວາມສາມາດຜະລິດໄຟຟ້າໄດ້ 16 ເມກາວັດຕໍ່ໜ່ວຍທີ່ຮ່ວມກັນຄົ້ນຄວ້າຜະລິດໂດຍ ກຸ່ມບໍລິສັດສາມຮ່ອມພູ ແລະບໍລິສັດວິທະຍາສາດເຕັກໂນໂລຊີລົມຄຳຊິ່ນຈ່ຽງນັ້ນ ໄດ້ສຳເລັດການຜະລິດຢູ່ສູນອຸດສາຫະກຳສາກົນໄຟຟ້າລົມທະເລສາມຮ່ອມພູແຂວງຟູຈ້ຽນຈີນ. ບັນດາໜ່ວຍຈັກ ດັ່ງກ່າວແມ່ນໜ່ວຍຈັກຜະລິດໄຟຟ້າດ້ວຍພະລັງງານລົມທີ່ມີຄວາມສາມາດຜະລິດໄຟຟ້າຕໍ່ໜ່ວຍຫຼາຍທີ່ສຸດ, ເສັ້ນຜ່າສູນກາງຂອງໃບພັດຍາວທີ່ສຸດ ແລະ ນ້ຳໜັກ ສະເລ່ຍຕໍ່ເມກາວັດເບົາທີ່ສຸດຢູ່ໃນໂລກ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ, ຈີນໄດ້ມີການບຸກທະລຸອັນສຳຄັນໃນດ້ານຄວາມສາມາດຜະລິດ ອຸປະກອນລະດັບສູງຂອງບັນດາໜ່ວຍຈັກຜະລິດໄຟຟ້າດ້ວຍພະລັງງານລົມທະເລ ທີ່ມີຄວາມສາມາດຜະລິດໄຟຟ້າໄດ້ຫຼາຍ.

ຂ່າວແຈ້ງໃຫ້ຮູ້ວ່າ, ບັນດາໜ່ວຍຈັກທີ່ສຳເລັດການຜະລິດດັ່ງກ່າວນັ້ນ, ແຕ່ລະໜ່ວຍສາມາດຜະລິດໄຟຟ້າທີ່ເປັນພະລັງງານສະອາດໄດ້ຫຼາຍກວ່າ 66 ລ້ານກິໂລວັດໂມງຕໍ່ປີ, ສາມາດຕອບສະໜອງຄວາມຕ້ອງການຊົມໃຊ້ໄຟຟ້າ ໃນຊີວິດປະຈຳວັນໝົດປີຂອງ 36.000 ຄອບຄົວທີ່ມີສະມາຊິກ 3 ຄົນ, ສາມາດປະຢັດຖ່ານຫີນມາດຕະຖານໄດ້ປະມານ 22.000 ໂຕນ, ຫຼຸດການ ປ່ອຍກາກບອນດີອອກຊິດໄດ້ປະມານ 54.000 ໂຕນ.

Share this story on

Messenger Pinterest LinkedIn