ພາສາລາວ

ຊັບສິນການເງິນຕໍ່ຕ່າງປະເທດຂອງຈີນສືບຕໍ່່ຮັກສາຢູ່ໃນລະດັບອ່າວສູງ

CRI2022-10-06 10:21:41
Share
Share this with Close
Messenger Pinterest LinkedIn

ຫວ່າງມໍ່ໆມານີ້, ອົງການຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນໄດ້ປະກາດ “ບົດລາຍງານລາຍຮັບລາຍຈ່າຍສາກົນຂອງຈີນໃນ 6 ເດືອນຕົ້ນປີ 2022”ໂດຍລະບຸວ່າ: ຮອດທ້າຍເດືອນມິຖຸນາປີນີ້, ຊັບສິນການເງິນຕໍ່ຕ່າງປະເທດຂອງຈີນໄດ້ບັນລຸເຖິງ 9.156,3 ຕື້ໂດລາ, ໜີ້ສິນຕໍ່ຕ່າງປະເທດ 7.074,6 ຕື້ໂດລາໂດຍໄດ້ຮັກສາຄວາມໝັ້ນທ່ຽງໃນຂັ້ນພື້ນຖານ. ສ່ວນຊັບສິນສຸດທີ່ຕໍ່ຕ່າງປະເທດໄດ້ບັນລຸເຖິງ 2.081,6 ໂດລາ, ເພີ່ມຂຶ້ນ 5,0% ເມື່ອທຽບໃສ່ທ້າຍປີ 2021.

ບົດລາຍງານລະບຸຕື່ມວ່າ: ໃນຊັບສິນຕໍ່ຕ່າງປະເທດ, ຊັບສິນໃນຄັງສຳຮອງຍັງເປັນອັນດັບໜຶ່ງ. ຮອດທ້າຍເດືອນມິຖຸນາປີນີ້, ໃນຊັບສິນການເງິນຕໍ່ຕ່າງປະເທດຂອງຈີນ, ຊັບສິນໃນຄັງສຳຮອງບັນລຸເຖິງ 3.246,6 ຕື້ໂດລາ,ກວມ 35% ຂອງລວມຍອດຊັບສິນການເງິນຕໍ່ຕ່າງປະເທດຂອງຈີນ, ສືບຕໍ່ເປັນອັນດັບໜຶ່ງໃນຊັບສິນຕໍ່ຕ່າງປະເທດ, ໄດ້ຫຼຸດລົງ 1,3% ເມື່ອທຽບໃສ່ທ້າຍປີ 2021. ຊັບສິນການລົງທຶນໂດຍກົງບັນລຸເຖິງ 2.603,9 ຕື້ໂດລາ, ກວມ 28%, ໄດ້ເພີ່ມຂຶ້ນ 0,7% ເມື່ອທຽບໃສ່ທ້າຍປີ 2021.ຊັບສິນການລົງທຶນໃນດ້ານຫຼັກຊັບບັນລຸເຖິງ 1.019,6 ຕື້ໂດລາ, ກວມ 11%, ໄດ້ເພີ່ມຂຶ້ນ 0,6% ເມື່ອທຽບໃສ່ທ້າຍປີ 2021.

Share this story on

Messenger Pinterest LinkedIn