ພາສາລາວ

ການແລ່ນມາລາທອນປັກກິ່ງປີ 2022 ຈະຈັດຂຶ້ນໃນວັນທີ 6 ພະຈິກປີ 2022 ນີ້

CRI2022-10-04 16:01:10
Share
Share this with Close
Messenger Pinterest LinkedIn

ຕາມຂ່າວCRI: ຕາມຂ່າວຈາກເວັບໄຊທາງການຂອງການແຂ່ງຂັນແລ່ນມາ ລາທອນປັກກິ່ງ, ການແລ່ນມາລາທອນປັກກິ່ງເປີ້ຍເຄີປີ 2022 ຈະຈັດຂຶ້ນໃນ ວັນທີ 6 ພະຈິກໜ້ານີ້, ຈຸດເລີ່ມຕົ້ນແມ່ນສະໜາມຫຼວງທ່ຽນອ່ານເມີນ, ຈຸດໝາຍປາຍທາງແມ່ນຖະໜົນຊົມວິວສວນສາທາລະນະໂອລິມປິກ. ວຽກງານຮັບນັກກີລາຈະເລີ່ມດຳເນີນໃນເວລາ 10 ໂມງຂອງວັນທີ 4 ຕຸລານີ້, ແລະສິ້ນສຸດລົງໃນເວລາ 10 ໂມງຂອງວັນທີ 7 ຕຸລານີ້.

ຂ່າວແຈ້ງວ່າ, ຂະໜາດການແຂ່ງຂັນແລ່ນມາລາທອນປັກກິ່ງຄັ້ງນີ້ມີ 30000 ຄົນ, ບຸກຄົນທີ່ສະໝັກເຂົ້າຮ່ວມສາມາດສະເໜີຊື່ຜ່ານທາງເວັບໄຊທາງການຂອງການແຂ່ງຂັນແລ່ນມາລາທອນປັກກິ່ງຫຼືວິທີອື່ນໆ.

ເພື່ອຮັບປະກັນໃຫ້ການແຂ່ງຂັນຄັ້ງນີ້ໄດ້ຮັບການຈັດຂຶ້ນຢ່າງສະດວກ, ຄະນະກຳມະການ ການຈັດຕັ້ງຂອງການແຂ່ງຂັນຈະຈັດສັນຕໍ່ສິດເຂົ້າຮ່ວມຂອງນັກກີລາ, ການປ້ອງກັນພະຍາດ ແລະດ້ານອື່ນໆພາຍໃຕ້ເງື່ອນໄຂເບື້ອງຕົ້ນທີ່ມີການປະເມີນຕໍ່ຄວາມສ່ຽງດ້ານສະພາບພະຍາດຕາມຫຼັກວິທະຍາສາດແລະການປະຕິບັດຕາມຄວາມຮຽກຮ້ອງຕ້ອງການດ້ານການປ້ອງກັນແລະຄວບຄຸມສະພາບພະຍາດຢ່າງເດັດດ່ຽວ.

Share this story on

Messenger Pinterest LinkedIn