ພາສາລາວ

ຈີນສືບຕໍ່ເປັນປະເທດມົນຕີຂອງສະຫະພັນໂທລະຄົມສາກົນ, ຜູ້ຊ່ຽວຊານຈີນໄດ້ຮັບການຄັດເລືອກເປັນກຳມະການຂອງຄະນະກຳມະການລະບຽບການວິທະຍຸ

cri2022-10-04 15:03:30
Share
Share this with Close
Messenger Pinterest LinkedIn

ວັນທີ 3 ຕຸລານີ້, ກອງປະຊຸມຜູ້ຕາງໜ້າທີ່ມີອຳນາດເຕັມ ຂອງສະຫະພັນໂທລະຄົມສາກົນ ປີ 2022 ໄດ້ເລືອກຕັ້ງປະເທດມົນຕີແລະ ກຳມະການຂອງຄະນະກຳມະການລະບຽບການວິທະຍຸ, ຈີນໄດ້ຮັບເລືອກຕັ້ງເປັນປະເທດມົນຕີຂອງສະຫະພັນໂທລະຄົມສາກົນຢ່າງລຽນຕິດ, ທ່ານ ເຊີງຈ້ຽນຈຸ່ນ, ຫົວໜ້າສູນຕິດຕາມກວດກາວິທະຍຸແຫ່ງຊາດຈີນ ໄດ້ຮັບເລືອກຕັ້ງເປັນ ກຳມະການຂອງຄະນະກຳມະການລະບຽບການວິທະຍຸຊຸດໃໝ່.

ສະພາມົນຕີຂອງສະຫະພັນໂທລະຄົມສາກົນປະກອບດ້ວຍປະເທດມົນຕີງານ 48 ປະເທດ, ຮັບຜິດຊອບການປະຕິບັດໜ້າທີ່ວຽກງານຄຸ້ມຄອງອົງການດັ່ງກ່າວ ໃນໄລຍະລະຫວ່າງການຈັດກອງປະຊຸມຜູ້ຕາງໜ້າທີ່ມີອຳນາດເຕັມສອງຄັ້ງ. ຄະນະກຳມະການລະບຽບການວິທະຍຸ ປະກອບດ້ວຍຜູ້ຊ່ຽວຊານ 12 ທ່ານ, ຮັບຜິດຊອບການອະທິບາຍລະບຽບການວິທະຍຸ, ປັບປຸງລະບຽບການໃຫ້ສົມບູນຂຶ້ນ, ແລະແກ້ໄຂບັນຫາຕ່າງໆໂດຍການປະສານງານຂອງຕົນ ເຊັ່ນ: ຄື້ນວິທະຍຸລົບກວນກັນລະຫວ່າງປະເທດສະມາຊິກ ແລະອື່ນໆ.

Share this story on

Messenger Pinterest LinkedIn