ໜ່ວຍກູ້ໄພເຂົ້າສູ່ເມືອງລູຕິ້ງແຂວງເສສວນເພື່ອຊ່ວຍເຫຼືອຜູ້ປະສົບໄພ
ເວລາ 12 ໂມງ 52 ນາທີຂອງວັນທີ 5 ກັນຍານີ້, ຢູ່ເມືອງລູຕິ້ງກິ່ງແຂວງປົກຄອງຕົນເອງເຜົ່າຕິເບດກ່ານຈື່ແຂວງເສສວນໄດ້ເກີດ ແຜ່ນດິນໄຫວຂະໜາດ 6,8 ຣິກເຕີ, ພາໃຫ້ເກີດມີຜົນເສຍຫາຍດ້ານຊີວິດ ແລະ ຊັບສິນຢ່າງຫຼວງຫຼາຍ. ຫຼັງຈາກເກີດໄພແລ້ວ, ໜ່ວຍກູ້ໄພຫຼາຍໜ່ວຍໄດ້ເດີນທາງທັງເວັນ ແລະ ຄືນໄປສູ່ເຂດປະສົບໄພຜ່ານທາງນ້ຳ ແລະ ທາງພູ, ເຂົ້າໄປສູ່ຕາແສງເຕີສຸຍເມືອງລູຕິ້ງທີ່ປະສົບໄພຢ່າງຮ້າຍແຮງ ເພື່ອຊ່ວຍເຫຼືອປະຊາຊົນໄປສູ່ບ່ອນທີ່ປອດໄພ.