ພາສາລາວ

ທ່ານສີຈິ້ນຜິງໃຫ້ຄຳຊີ້ແຈງຕໍ່ເຫດການຍົນຕົກຂອງບໍລິສັດ CHINA EASTERN ໂດຍຮຽກຮ້ອງໃຫ້ກອບກູ້ຈົນສຸດຄວາມສາມາດ ແລະ ແກ້ໄຂວຽກງານທີ່ເກີດຂຶ້ນຕາມຫຼັງຢ່າງເໝາະສົມ

cri2022-03-21 19:16:59
Share
Share this with Close
Messenger Pinterest LinkedIn

ເວລາ 14 ໂມງ 38 ນາທີຂອງວັນທີ 21 ມີນານີ້, ຖ້ຽວບິນ MU5735 ຂອງບໍລິສັດ CHINA EASTERN ເສຍການຕິດຕໍ່ກັບໜ້າດິນຢູ່ເທິງທ້ອງຟ້າຂອງນະຄອນອູໂຈ່ວເຂດກວາງຊີຈີນ ແລະ ຕົກໃສ່ເນີນພູ ໃນເວລາປະຕິບັດໜ້າທີ່ການບິນຄຸນມິງ-ກວາງໂຈ່ວ, ຢູ່ເທິງຍົນມີຜູ້ໂດຍສານ 123 ຄົນ ແລະ ຈຸບິນ 9 ຄົນ.

ພາຍຫຼັງເກີດເຫດການຍົນຕົກແລ້ວ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແລະ ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ໃຫ້ຄຳຊີ້ແຈງໃນທັນທີ ໂດຍຮຽກຮ້ອງໃຫ້ເລີ່ມປະຕິບັດກົນໄກຮັບມືສຸກເສີນໃນທັນທີ, ອອກແຮງສຸດຂີດດຳເນີນການກອບກູ້ ແລະ ແກ້ໄຂວຽກງານທີ່ເກີດຂຶ້ນຕາມຫຼັງຢ່າງເໝາະສົມ ພ້ອມທັງຊອກຫາສາຍເຫດທີ່ພາໃຫ້ເກີດເຫດຍົນຕົກໂດຍໄວ, ເພີ່ມທະວີການກວດກາດ້ານຄວາມປອດໄພໃນຂົງເຂດການບິນພົນາລະເຮືອນ ເພື່ອຮັບປະກັນຄວາມປອດໄພດ້ານຊີວິດຂອງປະຊາຊົນຢ່າງເດັດຂາດ.

ອີງຕາມຄຳຊີ້ແຈງຂອງທ່ານສີຈິ້ນຜິງ, ອົງການການບິນພົນລະເຮືອນ ແລະ ພາກສ່ວນຄຸ້ມຄອງການຮັບມືສຸກເສີນຂອງຈີນໄດ້ສົ່ງໜ່ວຍງານໄປຊີ້ນຳແລະເຮັດວຽກຢູ່ກັບທີ່ ພ້ອມທັງໄດ້ຈັດສັນກຳລັງຊ່ວຍເຫຼືອຢູ່ເຂດກວາງຊີ ແລະ ແຂວງກວາງຕຸ້ງໄປເຂົ້າຮ່ວມການຊ່ວຍເຫຼືອກັບທີ່. ປັດຈຸບັນ, ການກອບກູ້ກັບທີ່, ການແກ້ໄຂວຽກງານທີ່ເກີດຂຶ້ນຫຼັງເຫດການຍົນຕົກ ແລະ ການສຳຫຼວດຊອກຫາສາຍເຫດພວມດຳເນີນໄປ.

Share this story on

Messenger Pinterest LinkedIn