ພາສາລາວ

5 ເງື່ອນໄຂທາງຍຸດທະສາດທີ່ມີຜົນດີຕໍ່ການນຳພາການພັດທະນາຂອງຈີນ

cri2022-03-21 16:30:30
Share
Share this with Close
Messenger Pinterest LinkedIn

ໃນໄລຍະຈັດກອງປະຊຸມສອງສະພາ ຄືກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ແລະກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນກ່ອນໜ້ານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຊີ້ແຈງວ່າ: ການພັດທະນາຂອງຈີນຍັງມີ 5 ເງື່ອນໄຂທາງຍຸດທະສາດທີ່ດີ ຄື: ມີການນຳພາທີ່ເຂັ້ມແຂງຂອງພັກກອມມູນິດຈີນ, ມີທ່າແຮງດ້ານລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນທີ່ພົ້ນເດັ່ນ, ມີພື້ນຖານທີ່ໜັກແໜ້ນເພື່ອພັດທະນາແລະສະສົມຢ່າງຕໍ່ເນື່ອງແລະວ່ອງໄວ, ມີສະພາບແວດລ້ອມສັງຄົມທີ່ໝັ້ນທ່ຽງຢ່າງຍາວນານ, ມີພະລັງແຮງດ້ານຈິດໃຈທີ່ມີຄວາມໝັ້ນໃຈຕໍ່ຕົນເອງແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ເມື່ອເບິ່ງຈາກສະພາບການທົ່ວໂລກແລ້ວ, ສະຖານະການສາກົນມີການປ່ຽນແປງໃໝ່ຢ່າງໃຫຍ່ຫຼວງ, ຫົວຂໍ້ຫຼັກຂອງຍຸກສະໄໝ ຄືສັນຕິພາບແລະການພັດທະນາ ໄດ້ປະເຊີນກັບສິ່ງທ້າທາຍອັນຂ້ຽວຂາດ. ສະພາບການປ່ຽນແປງໃນຮອບຮ້ອຍປີ ກັບສະພາບພະຍາດໂຄວິດ-19 ລະບາດໄດ້ຊັບຊ້ອນກັນ, ເສດຖະກິດໂລກາພິວັດໄດ້ປະເຊີນກັບສິ່ງກີດຂວາງ, ການແຂ່ງຂັນກັນລະຫວ່າງປະເທດໃຫຍ່ນັບມື້ນັບຮຸນແຮງຂຶ້ນ, ທົ່ວໂລກໄດ້ກ້າວເຂົ້າສູ່ໄລຍະການປ່ຽນແປງໃໝ່ທີ່ປັ່ນປ່ວນ.

ເມື່ອເບິ່ງຈາກສະພາບການພາຍໃນປະເທດແລ້ວ, ມີໜ້າທີ່ອັນໜັກໜ່ວງໃນການປະຕິຮູບການພັດທະນາແລະສະຖຽນລະພາບ, ການພັດທະນາເສດຖະກິດຈີນມີແຮງກົດດັນສາມດ້ານ ຄື: ຄວາມຕ້ອງການຫຼຸດລົງ, ການສະໜອງໄດ້ຮັບຜົນກະທົບ ແລະຄວາມຄາດຫວັງຫຼຸດຕ່ຳລົງ, ດັ່ງນັ້ນ, ການຮັກສາໃຫ້ສະພາບແວດລ້ອມເສດຖະກິດມີຄວາມໝັ້ນທ່ຽງແລະປອດໃສ, ສະພາບແວດລ້ອມສັງຄົມມີຄວາມສະຫງົບສຸກ ແລະສະພາບແວດລ້ອມທາງການເມືອງມີຄວາມປອດໃສຂາວສະອາດ ແມ່ນມີຄວາມສຳຄັນຢ່າງຍິ່ງ.

ຍິ່ງຢູ່ໃນໄລຍະສຳຄັນ ແລະຈຸດສຳຄັນ, ຍິ່ງຕ້ອງມີການວິນິດໄສທາງຍຸດທະສາດທີ່ຖືກຕ້ອງ ແລະວາງແຜນຕາມຫຼັກວິທະຍາສາດ.

ຜູ້ຊ່ຽວຊານທີ່ກ່ຽວຂ້ອງກ່າວວ່າ: “5 ເງື່ອນໄຂທາງຍຸດທະສາດທີ່ດີ ແມ່ນບົດຮຽນປະຫວັດສາດທີ່ສຳຄັນບົນພື້ນຖານທີ່ຫວນຄືນເສັ້ນທາງທີ່ເຄີຍຍ່າງຜ່ານ, ສົມທຽບກັບເສັ້ນທາງຂອງຄົນອື່ນ ແລະເບິ່ງກວ້າງເຫັນໄກເສັ້ນທາງທີ່ຢູ່ຕໍ່ໜ້າ, ໄດ້ຮັບການຢັ້ງຢືນແລະປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງໃນພຶດຕິກຳຕົວຈິງ, ຈະບໍ່ຫວັ່ນໄຫວຄອນແຄນ ແລະບໍ່ປ່ຽນແປງຍ້ອນມີຄວາມຫຍຸ້ງຍາກແລະອຸປະສັກໃດໆ.”

ຈາກການຮັບມືກັບສະພາບພະຍາດໂຄວິດ-19 ລະບາດ, ເອົາຊະນະໃນບັ້ນລຶບລ້າງຄວາມທຸກຍາກ, ຮອດການບໍລິຫານທີ່ດີຂອງຈີນກັບຄວາມວຸ້ນວາຍຂອງປະເທດຕາເວັນຕົກທີ່ມີຄວາມແຕກຕ່າງກັນຢ່າງພົ້ນເດັ່ນກວ່າເກົ່າ, ຈາກການມີຍອດປະລິມານເສດຖະກິດຫຼາຍ ແລະມີຊ່ອງທາງໃຫຍ່ຫຼວງເພື່ອປັບໂຕຄືນໃໝ່, ຮອດການສ້າງສິ່ງມະຫັດສະຈັນໃນການຮັກສາໃຫ້ສັງຄົມມີຄວາມໝັ້ນຄົງເປັນເວລາຍາວນານ, ຈາກການທີ່ມີຄວາມຫ້າວຫັນ, ຄວາມເປັນເຈົ້າການ ແລະຫົວຄິດປະດິດສ້າງຂອງປະຊາຊົນຈີນໄດ້ຮັບການເຊີດຊູຕື່ມອີກ, ຮອດປະຊາຊົນຈີນມີມານະຈິດ, ມີຄວາມກ້າຫານ ແລະຄວາມໝັ້ນໃຈຫຼາຍຂຶ້ນກວ່າເກົ່າ, “5 ເງື່ອນໄຂທາງຍຸດທະສາດທີ່ດີ” ເປັນເອກະພາບກັນແບບກາຍອິນຊີ ເຊິ່ງເປັນການວິນິດໄສທາງຍຸດທະສາດທີ່ປອດໂປ່ງຈະແຈ້ງ ທັງໄດ້ສະແດງໃຫ້ເຫັນເຖິງຄວາມໝັ້ນໃຈທາງຍຸດທະສາດໂດຍຜ່ານຜົນງານຈາກພຶດຕິກຳຕົວຈິງໃນຍຸກໃໝ່.

Share this story on

Messenger Pinterest LinkedIn