ພາສາລາວ

ຈີນແລະປະເທດພວມພັດທະນາມີຄວາມເອົາໃຈໃສ່ທີ່ສົມເຫດສົມຜົນແລະມີຫຼັກໝັ້ນທີ່ຄ້າຍຄືກັນຕໍ່ສະຖານະການເອີຣົບໃນປັດຈຸບັນ

cri2022-03-21 16:12:10
Share
Share this with Close
Messenger Pinterest LinkedIn

ວັນທີ 20 ມີນານີ້, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະທ່ານຣຳຕາເນ ລາມາມຣາ ລັດຖະມົນຕີກະຊວງການຕ່າງປະເທດອານເຊລີໄດ້ຈັດກອງປະຊຸມຂ່າວຫຼັງຈາກການພົບປະກັນ.

ທ່ານຫວາງຢີ້ກ່າວວ່າ, ການຜັນແປຂອງວິກິດການອູແກຣນພວມໄດ້ລື່ນກາຍຂອບເຂດອູແກຣນ ແລະ ໄດ້ກະທົບເຖິງທົ່ວໂລກ. ໃນບັນຫານີ້, ປະເທດ ສ່ວນຫຼາຍທີ່ສຸດໃນໂລກ ເຊິ່ງລວມທັງຈີນແລະປະເທດພວມພັດທະນາທັງຫຼາຍ ມີຄວາມເອົາໃຈໃສ່ທີ່ສົມເຫດສົມຜົນ ແລະ ມີຫຼັກໝັ້ນທີ່ຄ້າຍຄືກັນດັ່ງຕໍ່ໄປນີ້:

ໜຶ່ງ, ປະເທດສ່ວນຫຼາຍເຫັນໂດຍທົ່ວໄປວ່າ, ວິທີແກ້ໄຂບັນຫາເຄັ່ງຮ້ອນໃນພາກພື້ນແລະສາກົນ ບໍ່ພຽງແຕ່ມີສົງຄາມ ແລະ ການລົງໂທດເທົ່ານັ້ນ, ການສົນທະນາແລະເຈລະຈາກັນຈິ່ງແມ່ນຊ່ອງທາງແກ້ໄຂທີ່ດີທີ່ສຸດ. ສອງ, ບໍ່ຄວນທຳລາຍທ່ວງທ່າຟື້ນຄືນຂອງເສດຖະກິດໂລກ, ປະຊາຊົນບັນດາປະເທດບໍ່ມີໜ້າທີ່ຮັບຜິດຊອບຈ່າຍບິນຕໍ່ການປະທະກັນຢູ່ພາກພື້ນ ແລະ ການໂຕ້ແຍ້ງກັນລະຫວ່າງປະເທດໃຫຍ່. ສາມ, ປະເທດຕ່າງໆລ້ວນແຕ່ມີສິດຕັດສິນນະໂຍບາຍການຕ່າງປະເທດຂອງຕົນຢ່າງເປັນເອກະລາດແລະເປັນເຈົ້າຕົນເອງ, ບໍ່ຄວນຖືກບີບບັງຄັບໃຫ້ເລືອກຝ່າຍ. ສີ່, ອະທິປະໄຕ, ເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງທຸກປະເທດລ້ວນແຕ່ຄວນໄດ້ຮັບການເຄົາລົບໃນທຸກເວລາ. ຫຼັກການນີ້ບໍ່ມີການຍົກເວັ້ນ, ຍິ່ງບໍ່ຄວນປະຕິບັດສອງມາດຕະຖານ.

Share this story on

Messenger Pinterest LinkedIn