ພາສາລາວ

ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຜ່ານຜ່າ “ກັບດັກຮິວຊີດີເດັສ”

cri2022-03-20 18:35:35
Share
Share this with Close
Messenger Pinterest LinkedIn

ຕອນຄ່ຳວັນທີ 18 ມີນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົນທະນາກັບທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາຜ່ານທາງວີດີໂອ. ນີ້ແມ່ນປະມຸກລັດສອງປະເທດຈີນ ແລະ ອາເມຣິກາຈັດການສົນທະນາທາງວີດີໂອອີກຄັ້ງໜຶ່ງຫຼັງຈາກເດືອນພະຈິກປີ 2021 ທີ່ຜ່ານມາ.

ປັດຈຸບັນນີ້, ໂລກພວມປະເຊີນໜ້າກັບການປ່ຽນແປງອັນໃຫຍ່ຫຼວງແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີຜ່ານມາ, ການຂະຫຍາຍຕົວຂອງການພົວພັນສອງປະເທດຈີນ-ອາເມຣິກາຈະໄປຕາມກົດເກນ “ກັບດັກຮິວຊີດີເດັສ”ຫຼືບໍ່?

“ກັບດັກຮິວຊີດີເດັສ”, ມີເຄົ້າມາຈາກທ່ານ ຮິວຊີດີເດັສ ນັກປະຫວັດສາດ ທີ່ມີຊື່ສຽງຂອງປະເທດເກຼັກບູຮານ, ທ່ານເຫັນວ່າ: ໃນກໍລະນີທີ່ປະເທດໃຫຍ່ພວມເຂັ້ມແຂງຂຶ້ນແລະແຂ່ງຂັນກັບເຈົ້າອຳນາດທີ່ມີຢູ່ແລ້ວນັ້ນ, ສອງຝ່າຍຈະປະເຊີນກັບໄພອັນຕະລາຍທີ່ຈະເກີດສົງຄາມໃນທີ່ສຸດ.

ອັນທີ່ເອີ້ນວ່າ“ກົດເຫຼັກ” ໃນການພົວພັນສາກົນນີ້, ໄດ້ກາຍເປັນຖ້ອຍທຳນອງຫຼັກໃນຖ້ອຍຄວາມທີ່ວ່າ “ຈີນເປັນໄພຂົ່ມຂູ່” ໃນຊຸມປີມໍ່ໆມານີ້. ບາງຄົນມັກເບິ່ງຈີນດ້ວຍຄວາມເຫັນທີ່ເປັນອະຄະຕິ, ໂດຍເຫັນວ່າ: ເມື່ອຈີນພັດທະນາເຂັ້ມແຂງຂຶ້ນແລ້ວຈະກາຍເປັນ “ໄພຂົ່ມຂູ່” ຢ່າງແນ່ນອນ. ວັນທີ 22 ກັນຍາປີ 2015, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສໃນງານລ້ຽງຮັບຮອງທີ່ນະຄອນຊີອາໂຕ ປະເທດອາເມຣິກາ ໂດຍຊີ້ອອກວ່າ: ນັບແຕ່ເດີມມາແລ້ວຢູ່ໃນໂລກນີ້ບໍ່ມີ ອັນທີ່ເອີ້ນວ່າ“ກັບດັກຮິວຊີດີເດັສ”, ແຕ່ເມື່ອເກີດມີການວິນິດໄສໄປໃນທາງຍຸດທະສາດທີ່ຜິດພາດລະຫວ່າງປະເທດໃຫຍ່ຄັ້ງແລ້ວຄັ້ງເລົ່າ, ກໍອາດຈະສ້າງ “ກັບດັກຮິວຊີດີເດັສ” ໃຫ້ກັບຕົນເອງ, “ຄຳວິນິດໄສທີ່ວ່າ: ປະເທດເຂັ້ມແຂງຈະຕ້ອງສະແຫວງຫາຄວາມເປັນເຈົ້າອຳນາດຢ່າງແນ່ນອນນັ້ນ ແມ່ນບໍ່ເໝາະສົມກັບຈີນ.”

ກົງກັນຂ້າມ, ທ່ານສີຈິ້ນຜິງໄດ້ສະເໜີໃຫ້ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ໂດຍມີຄວາມໝາຍພື້ນຖານຄື: ສົ່ງເສີມຄວາມຫຼາກຫຼາຍຂອງໂລກ, ຄັດຄ້ານການຖືເອົາເຄົ້າດຽວເປັນຫຼັກ, ສົ່ງເສີມຄວາມສະເໝີພາບລະຫວ່າງປະເທດ ຄັດຄ້ານເຈົ້າອຳນາດ, ສົ່ງເສີມໃຫ້ອະລິຍະທຳຕ່າງໆແລກປ່ຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນ ແຕ່ຄັດຄ້ານການປະທະກັນລະຫວ່າງອະລິຍະທຳຕ່າງໆ, ສົ່ງເສີມການພັດທະນາແບບກວມລວມ ແຕ່ຄັດຄ້ານການຖືເອົາປະເທດຕາເວັນຕົກເປັນໃຈກາງ, ສົ່ງເສີມແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ການໃຫ້ຜົນປະໂຫຍດຢ່າງທົ່ວເຖິງ, ແຕ່ຄັດຄ້ານຜູ້ຊະນະຄວ້າເອົາຜົນປະໂຫຍດທຸກຢ່າງ.

ໃນຊຸມປີມໍ່ໆມານີ້, ຈີນຊຸກຍູ້ການຮ່ວມມືທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ລິເລີ່ມສ້າງທະນາຄານລົງທຶນພື້ນຖານໂຄງລ່າງອາຊີ ຫຼື AIIB, ກອງທຶນເສັ້ນທາງສາຍໄໝ, ທະນາຄານພັດທະນາໃໝ່ຂອງກຸ່ມປະເທດບຣິກສ ແລະເວທີດ້ານລະບຽບການແບບໃໝ່ອື່ນໆ, ເຂົ້າເປັນປະເທດພາຄີໃນສົນທິສັນຍາສາກົນວ່າດ້ວຍການອະນຸລັກສິ່ງແວດລ້ອມ ແລະ ຄວາມປອດໄພດ້ານລະບົບນິເວດລວມ 60 ກວ່າສະບັບ ເຊິ່ງລວມທັງ “ສົນທິສັນຍາຂອບວ່າດ້ວຍການປ່ຽນແປງດິນຟ້າອາກາດຂອງອົງການສະຫະປະຊາຊາດ”, “ສົນທິສັນຍາວ່າດ້ວຍຄວາມຫຼາກຫຼາຍຂອງຊີວະນານາພັນ”, “ສັນຍາປາຣີ” ແລະອື່ນໆ, ເຊິ່ງລ້ວນແຕ່ເປັນການປະຕິບັດທັດສະນະດັ່ງກ່າວດ້ວຍພຶດຕິກຳຕົວຈິງ.

ການພົວພັນສາກົນແບບໃໝ່ແມ່ນເນັ້ນໜັກເຖິງການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ແຕ່ບໍ່ແມ່ນແນວຄິດເກມຜົນລວມເປັນສູນ. ເມື່ອປະເຊີນໜ້າກັບສິ່ງທ້າທາຍຕ່າງໆ ເຊັ່ນ: ຄວາມໝັ້ນຄົງດ້ານສະບຽງອາຫານຂອງໂລກ, ການຂາດແຄນຊັບພະຍາກອນ, ການປ່ຽນແປງຂອງດິນຟ້າອາກາດ, ມົນລະພິດຕໍ່ສິ່ງແວດລ້ອມ, ການແຜ່ລະບາດຂອງພະຍາດ, ອາຊະຍາກຳຂ້າມຊາດ ແລະອື່ນໆ, ບໍ່ວ່າປະເທດໃດກໍບໍ່ສາມາດຢູ່ລອດດ້ວຍຕົນເອງຜູ້ດຽວໄດ້. ຄວາມໝາຍອັນຕັ້ງໜ້າຂອງທັດສະນະ“ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ” ທີ່ມີຕໍ່ບຸກຄົນ, ປະເທດ ແລະ ການບໍລິຫານທົ່ວໂລກນັ້ນ ພວມກາຍເປັນຄວາມຮັບຮູ້ທີ່ເປັນເອກະພາບກັນຂອງປະຊາຄົມໂລກ.

Share this story on

Messenger Pinterest LinkedIn