ພາສາລາວ

ໂຄງການທຶນຕ່າງປະເທດທີ່ມີມູນຄ່າຫຼາຍກວ່າ 100 ລ້ານໂດຣາສະຫະລັດຂອງຈີນໃນສອງເດືອນທຳອິດຂອງປີ 2022 ເພີ່ມຂຶ້ນ 70%

cri2022-03-19 14:21:14
Share
Share this with Close
Messenger Pinterest LinkedIn

ໃນສອງເດືອນທຳອິດຂອງປີ 2022 ຍອດມູນຄ່າການດຶງດູດທຶນຕ່າງປະເທດທີ່ບໍ່ແມ່ນຂົງເຂດການທະນາຄານຂອງໄດ້ບັນລຸ 243 ຕື້ 700 ລ້ານຢວນ, ເພີ່ມຂຶ້ນຫຼາຍກວ່າໄລຍະດຽວກັນຂອງປີກາຍ 37,9% ເປັນການເຕີບໂຕໃນຄວາມໄວສູງສຸດນັບແຕ່ເດືອນເມສາ 2021 ເປັນຕົ້ນມາ.

ຕົວເລກສະແດງໃຫ້ເຫັນວ່າ, ແຕ່ເດືອນມັງກອນຫາເດືອນກຸມພາ 2022 ນີ້ ຈີນໄດ້ນຳໃຊ້ທຶນຕ່າງປະເທດໃນຕົວຈິງ ຕົກເປັນເງິນຢວນຈີນແລ້ວໄດ້ເພີ່ມຂຶ້ນ 37,9%, ໃນນັ້ນ ຂະແໜງການບໍລິການໄດ້ນຳໃຊ້ທຶນຕ່າງປະເທດທີ່ເພີ່ມຂຶ້ນ 24%; ຂະແໜງການເຕັກນິກສູງເພີ່ມຂຶ້ນ 73,8%. ໃນສອງເດືອນທຳອິດຂອງປີນີ້, ອາເມຣິກາລົງທຶນຢູ່ຈີນເພີ່ມຂຶ້ນ 36,4% ແລະເຢຍລະມັນລົງທຶນຢູ່ຈີນເພີ່ມຂຶ້ນ 109,1%, ບັນດາປະເທດຢູ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ລົງທຶນເພີ່ມຂຶ້ນ 27,8%, ແລະອາຊຽນລົງທຶນເພີ່ມຂຶ້ນ 25,5%. ນອກນີ້, ແຕ່ເດືອນມັງກອນຫາເດືອນກຸມພາປີນີ້, ວິສາຫະກິດທຶນຕ່າງປະເທດໃນທົ່ວປະເທດຈີນໄດ້ມີການດຳເນີນທຸລະກິດຢ່າງໝັ່ນທ່ຽງ, ສຳລັບໂຄງການທຶນຕ່າງປະເທດທີ່ມີມູນຄ່າຫຼາຍກວ່າ 100 ລ້ານໂດຣາສະຫະຣັດນັ້ນໄດ້ຮັບທຶນໃນຕົວຈິງຫຼາຍກວ່າໄລຍະດຽວກັນຂອງປີກາຍ 74,3%.

ທ່ານກ່າວເຟິງ ໂຄສົກກະຊວງການຄ້າຈີນກ່າວເນັ້ນວ່າ, ໃນຕໍ່ໄປນີ້ ຈີນຈະເປີດກວ້າງການເປີດປະຕູສູ່ພາຍນອກທີ່ມີລະດັບສູງຕື່ມອີກ, ແລະຍິນດີຕ້ອນຮັບນັກທຸລະກິດປະເທດຕ່າງໆໄປລົງທຶນຢູ່ຈີນ.

Share this story on

Messenger Pinterest LinkedIn