ພາສາລາວ

ທ່ານ ສີຈິ້ນຜິງ ກ່າວວ່າ ລະຫວ່າງປະເທດ ບໍ່ຄວນໃຊ້ກຳລັງອາວຸດຕໍ່ກັນ, ການປະທະກັນ ແລະ ການເປັນປໍລະປັກກັນບໍ່ສອດຄ່ອງກັບຜົນປະໂຫຍດຂອງຄົນໃດໆ, ສັນຕິພາບ ແລະ ຄວາມໝັ້ນຄົງຈຶ່ງແມ່ນຊັບສິນທີ່ປະຊາຄົມໂລກຄວນຖະໜຸຖະໜອມ

cri2022-03-18 23:00:47
Share
Share this with Close
Messenger Pinterest LinkedIn

ຕອນຄ່ຳວັນທີ 18 ມີນານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ລົມກັບທ່ານ ໂຈ ໄບເດັນ ປະທານາທິບໍດີອາເມຣິກາຜ່ານທາງວິດີໂອຕາມນັດ.

ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ, ນັບແຕ່ພວກເຮົາພົບປະກັນທາງອອນລາຍເປັນຄັ້ງທຳອິດໃນເດືອນພະຈິກປີກາຍເປັນຕົ້ນມາ, ສະພາບການສາກົນໄດ້ເກີດມີການປ່ຽນແປງໃໝ່ທີ່ໃຫຍ່ຫຼວງ. ຫົວຂໍ້ຫຼັກຂອງຍຸກສະໄໝ ຄື ສັນຕິພາບ ແລະ ການພັດທະນານັ້ນ ໄດ້ຜະເຊີນກັບການທ້າທາຍຢ່າງຂ້ຽວຂາດ, ໂລກນີ້ທັງບໍ່ມີສັນຕິພາບ ທັງບໍ່ມີຄວາມສະຫງົບ. ວິກິດການອູແກຣນ ແມ່ນເຫດການທີ່ພວກເຮົາບໍ່ຢາກໄດ້ເຫັນ. ສະພາບການທີ່ກ່ຽວຂ້ອງໄດ້ສະແດງໃຫ້ເຫັນອີກເທື່ອໜຶ່ງວ່າ, ລະຫວ່າງປະເທດ ບໍ່ຄວນກ້າວໄປສູ່ການນຳໃຊ້ກຳລັງອາວຸດຕໍ່ກັນ, ການປະທະກັນ ແລະ ການເປັນປໍລະປັກກັນ ບໍ່ສອດຄ່ອງກັບຜົນປະໂຫຍດຂອງຄົນໃດໆ, ສັນຕິພາບ ແລະ ຄວາມໝັ້ນຄົງຈຶ່ງແມ່ນຊັບສິນທີ່ປະຊາຄົມໂລກຄວນຖະໜຸຖະໜອມທີ່ສຸດ. ໃນຖານະເປັນປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ແລະ ສອງກຸ່ມເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກ, ພວກເຮົາບໍ່ພຽງແຕ່ຕ້ອງຊັກນຳສາຍພົວພັນຈີນແລະອາເມຣິກາໃຫ້ຂະຫຍາຍຕົວໄປໜ້າຕາມເສັ້ນທາງທີ່ຖືກຕ້ອງເທົ່ານັ້ນ, ແຕ່ຍັງຄວນແບກຫາບໜ້າທີ່ຮັບຜິດຊອບສາກົນເທົ່າທີ່ຄວນ, ແລະທຳຄວາມພະຍາຍາມເພື່ອສັນຕິພາບ ແລະ ຄວາມສະຫງົບຂອງໂລກ.

Share this story on

Messenger Pinterest LinkedIn