ພາສາລາວ

ຄະນະກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນຈັດກອງປະຊຸມ ທ່ານສີຈີ້ນຜິງເປັນປະທານ

cri2022-03-18 15:27:45
Share
Share this with Close
Messenger Pinterest LinkedIn

ວັນທີ 17 ມີນານີ້, ຄະນະກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນໄດ້ຈັດກອງປະຊຸມ ເພື່ອວິເຄາະສະຖານະການແຜ່ລະບາດຂອງພະຍາດໂຄວິດ-19, ຮຽກຮ້ອງໃຫ້ດຳເນີນວຽກງານປ້ອງກັນພະຍາດຢ່າງເຂັ້ມງວດ. ທ່ານສີຈີ້ນຜິງເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນເປັນປະທານ ແລະ ກ່າວຄຳປາໄສອັນສຳຄັນ.

ທ່ານສີຈີ້ນຜິງຊີ້ອອກວ່າ, ຈີນໄດ້ປະຕິບັດມາດຕະການຕໍ່ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ແບບເປັນຈຸ້ມຢ່າງວ່ອງໄວ ແລະ ບັງເກີດຜົນ, ໄດ້ປົກປັກຮັກສາຄວາມປອດໄພດ້ານຊີວິດ ແລະ ສຸຂະພາບຂອງປະຊາຊົນໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້, ການພັດທະນາເສດຖະກິດ ແລະ ການປ້ອງກັນພະຍາດໂຄວິດ-19 ຂອງຈີນ ລ້ວນແຕ່ຢູ່ແຖວຫນ້າຂອງໂລກ ໂດຍສະແດງໃຫ້ເຫັນວ່າຈີນມີກຳລັງແຮງທີ່ຫມັ້ນແກ່ນ ແລະ ມີຄວາມສາມາດທີ່ເຂັ້ມແຂງຢ່າງເຕັມທີ່ ພ້ອມທັງ ສ່ອງແສງໃຫ້ເຫັນທ່າແຮງອັນເດັ່ນຊັດພາຍໃຕ້ການນຳພາຂອງພັກຄອມມູນິດຈີນ ແລະ ລະບອບສັງຄົມນິຍົມຂອງຈີນຢ່າງເຕັມທີ່.

ກອງປະຊຸມຮຽກຮ້ອງໃຫ້ດຳເນີນວຽກງານປ້ອງກັນພະຍາດຢ່າງເຂັ້ມງວດ, ເພີ່ມທະວີການຊີ້ນຳຕໍ່ການປ້ອງກັນພະຍາດຢູ່ເຂດທີ່ພະຍາດແຜ່ລະບາດເປັນຈຸດຫນັກ ແລະ ຄວບຄຸມສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ແບບເປັນຈຸ້ມຢູ່ບາງເຂດຢ່າງວ່ອງໄວ.

Share this story on

Messenger Pinterest LinkedIn