ພາສາລາວ

ອົງການສະຖິຕິແຫ່ງຊາດຈີນແຈ້ງໃຫ້ຮູ້ວ່າ: ຕົວເລກເສດຖະກິດໃນ 2 ເດືອນຕົ້ນປີນີ້ເຮັດໃຫ້ຄວາມໝັ້ນໃຈທີ່ຈະບັນລຸເປົ້າໝາຍການພັດທະນາເສດຖະກິດໝົດປີເພີ່ມສູງຂຶ້ນ

cri2022-03-16 11:14:34
Share
Share this with Close
Messenger Pinterest LinkedIn

ອີງຕາມ“ບົດລາຍງານວຽກງານລັດຖະບານ”ປີນີ້ຂອງຈີນສະເໜີອອກໃຫ້ຮູ້ວ່າ, ເປົ້າໝາຍຈັງຫວະການເຕີບໂຕດ້ານເສດຖະກິດຂອງຈີນໃນປີ 2022 ແມ່ນປະມານ 5,5%. ໃນກອງປະຊຸມຖະແຫຼງຂ່າວທີ່ຫ້ອງການຖະແຫຼງຂ່າວລັດຖະບານຈີນຈັດຂຶ້ນໃນວັນທີ 15 ມີນານີ້, ໂຄສົກອົງການສະຖິຕິແຫ່ງຊາດຈີນກ່າວວ່າ, ສະພາບເສດຖະກິດໃນ 2 ເດືອນຕົ້ນປີຂອງຈີນໄດ້ເຮັດໃຫ້ຄວາມໝັ້ນໃຈທີ່ບັນລຸເປົ້າໝາຍເຮັດໃຫ້ເສດຖະກິດຈີນເຕີບໂຕປະມານ 5,5% ເພີ່ມສູງຂຶ້ນຕື່ມອີກ.

ທ່ານຟູ້ລີງຮຸ່ຍ ໂຄສົກອົງການສະຖິຕິແຫ່ງຊາດຈີນກ່າວວ່າ, ຍອດປະລິມານເສດຖະກິດຂອງຈີນໃນປີກາຍນີ້ໄດ້ບັນລຸເຖິງ 114.000 ຕື້ຢວນ, ເປັນອັນດັບ 2 ຂອງໂລກ. ເມື່ອເບິ່ງຈາກກຸ່ມເສດຖະກິດຕົ້ນຕໍຂອງໂລກແລ້ວ, ຈັງຫວະການເຕີບໂຕປະມານ 5,5% ບໍ່ຊ້າປານໃດ. ເມື່ອເບິ່ງຈາກປະຫວັດສາດ, ໃນໄລຍະການພັດທະນາທີ່ຄ້າຍຄືກັບຈີນ, ສຳລັບປະເທດອື່ນໆ, ຕົວເລກປະມານ 5,5% ແມ່ນຈັງຫວະການເຕີບໂຕອ່າວໄວແລ້ວ.

ທ່ານຟູ້ລີງຮຸ່ຍກ່າວຕື່ມວ່າ,ເມື່ອເບິ່ງຈາກສະພາບຕ່າງໆທີ່ພວມຜະເຊີນໜ້າໃນປັດຈຸບັນ, ການບັນລຸເປົ້າໝາຍຈັງຫວະການເຕີບໂຕດ້ານເສດຖະກິດປະມານ 5,5% ແມ່ນມີພື້ນຖານ ແລະ ມີເງື່ອນໄຂດີ. ເສດຖະກິດຈີນພວມຟື້ນຟູຢ່າງຕໍ່ເນື່ອງ, ການພັດທະນາເສດຖະກິດມີຄວາມໝັ້ນທ່ຽງ, ຄວາມສາມາດບົ່ມຊ້ອນໃຫຍ່ ແລະ ມີພະລັງແຮງຫຼາຍ, ໃນສອງປີຜ່ານມາ ເຖິງວ່າໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ກໍຕາມ, ແຕ່ການພັດທະນາເສດຖະກິດຂອງຈີນຍັງຢູ່ໃນແຖວໜ້າຂອງໂລກ. ໃນຕໍ່ໜ້າ, ນະໂຍບາຍເພື່ອຊຸກຍູ້ເສດຖະກິດໃຫ້ເຕີບໂຕຢ່າງໝັ້ນຄົງຈະປາກົດຜົນຢ່າງຕໍ່ເນ່ືອງ, ແລະຈະຊຸກຍູ້ໃຫ້ເສດຖະກິດຈີນພັດທະນາຢ່າງໝັ້ນທ່ຽງ.

Share this story on

Messenger Pinterest LinkedIn