ພາສາລາວ

ຈີນໄດ້ຊີ້ແຈງຫຼັກໝັ້ນຂອງຕົນກ່ຽວກັບສະຖານະການອູແກຼນ

cri2022-03-15 16:14:42
Share
Share this with Close
Messenger Pinterest LinkedIn

ວັນທີ 14 ມີນານີ້ຕາມເວລາທ້ອງຖິ່ນ, ທ່ານຢາງເຈຊື ກຳມະການກົມການເມືອງສຸນກາງພັກ, ຫົວໜ້າຫ້ອງການຄະນະກຳມະການວຽກງານການຕ່າງປະເທດສູນກາງພັກກອມມູນິດຈີນ ໄດ້ພົບປະກັບທ່ານໄຈຄ໌ ຊູລີວັນ ຜູ້ຊ່ວຍວຽກງານຄວາມໝັ້ນຄົງແຫ່ງຊາດຂອງປະທານາທິບໍດີອາເມຣິກາ ຢູ່ນະຄອນຫຼວງໂຣມ ປະເທດອີຕາລີ, ໂດຍໄດ້ຊີ້ແຈງຫຼັກໝັ້ນຂອງຈີນກ່ຽວກັບສະຖານະການອູແກຼນ.

ທ່ານຢາງເຈຊືຊີ້ໃຫ້ເຫັນວ່າ: ຈີນມີຄວາມເຫັນທີ່ຍຶດຖືການເຄົາລົບອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ, ເຄົາລົບຈຸດປະສົງ ແລະຫຼັກການຂອງກົດບັດອົງການສະຫະປະຊາຊາດຢ່າງສະເໝີຕົ້ນສະເໝີປາຍ. ຈີນສຸມກຳລັງເຂົ້າໃນການຊຸກຍູ້ການເຈລະຈາໂດຍສັນຕິ, ປະຊາຄົມໂລກຄວນຮ່ວມກັນສະໜັບສະໜູນການເຈລະຈາໂດຍສັນຕິລະຫວ່າງຣັດເຊຍ ແລະອູແກຼນ ເພື່ອໄດ້ຮັບຄວາມຄືບໜ້າຕົວຈິງໂດຍໄວ. ຝ່າຍຕ່າງໆຄວນຮັກສາຄວາມອົດກັ້ນໃຫ້ຫຼາຍທີ່ສຸດ, ປົກປັກຮັກສາປະຊາຊົນ, ປ້ອງກັນບໍ່ໃຫ້ເກີດວິກິດການມະນຸດສະທຳຂະໜາດໃຫຍ່.

ທ່ານຢາງເຈຊືກ່າວຕື່ມວ່າ: ຄວນເຂົ້າໃຈຄວາມເປັນມາຂອງບັນຫາກ່ຽວກັບອູແກຼນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ສົມເຫດສົມຜົນຂອງຝ່າຍຕ່າງໆ, ລະດົມໃຫ້ຝ່າຍຕ່າງໆທີ່ກ່ຽວຂ້ອງດຳເນີນການສົນທະນາທີ່ສະເໝີພາບກັນ, ສະແຫວງຫາການສ້າງກົນໄກຄວາມໝັ້ນຄົງເອີຣົບທີ່ມີຄວາມດຸນດ່ຽງ, ບັງເກີດຜົນ ແລະຍືນຍົງ, ປົກປັກຮັກສາສັນຕິພາບຂອງເອີຣົບ ແລະທົ່ວໂລກ.

ທ່ານຢາງເຈຊື່ກ່າວເນັ້ນໜັກວ່າ: ຈີນເດັດດ່ຽວຄັດຄ້ານຄຳເວົ້າ ແລະການກະທຳໃດໆທີ່ເຜີຍແຜ່ຂໍ້ມູນທີ່ບໍ່ເປັນຈິງ ແລະໃສ່ຮ້າຍປ້າຍສີຕໍ່ຫຼັກໝັ້ນຂອງຈີນ.

Share this story on

Messenger Pinterest LinkedIn