ພາສາລາວ

ທ່ານຢາງເຈຊືພົບປະກັບຜູ້ຊ່ວຍວຽກງານຄວາມໝັ້ນຄົງແຫ່ງຊາດຂອງປະທານາທິບໍດີອາເມຣິກາ

cri2022-03-15 12:32:22
Share
Share this with Close
Messenger Pinterest LinkedIn

ວັນທີ14ມີນານີ້ຕາມເວລາທ້ອງຖິ່ນ, ທ່ານຢາງເຈຊື ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ຫົວໜ້າຫ້ອງການຄະນະກຳມະການວຽກງານຕ່າງປະເທດສູນກາງຈີນໄດ້ພົບປະກັບທ່ານ ເຈັກ ຊູລິວິນ ຜູ້ຊ່ວຍວຽກງານຄວາມໝັ້ນຄົງແຫ່ງຊາດຂອງປະທານາທິບໍດີອາເມຣິກາຢູ່ນະຄອນຫຼວງໂຣມປະເທດອີຕາລີ. ສອງຝ່າຍໄດ້ລົງເລິກແລກປ່ຽນຄວາມເຫັນກ່ຽວກັບສາຍພົວພັນລະຫວ່າງຈີນກັບອາເມຣິກາ ພ້ອມກັບບັນຫາສາກົນແລະພາກພື້ນທີ່ມີຄວາມສົນໃຈນຳກັນ, ເຫັນດີຮ່ວມກັນຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະສັນຂອງປະມຸກລັດສອງປະເທດໃຫ້ດີ,ຄວບຄຸມຄວາມເຫັນທີ່ຂັດແຍ້ງກັນ,ເປີດກວ້າງຄວາມເຫັນທີ່ເປັນເອກະພາບກັນໃຫ້ຫຼາຍກວ່າເກົ່າ.

ທ່ານຢາງເຈຊືກ່າວວ່າ: ການຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະສັນກັນຂອງປະມຸກລັດສອງປະເທດ ເປັນໜ້າທີ່ສຳຄັນທີ່ສຸດໃນການພົວພັນຈີນ-ອາເມຣິກາ. ທ່ານປະທານສີຈິ້ນຜິງສະເໜີອອກມາວ່າໃນໄລຍະໃໝ່ ຈີນແລະອາເມຣິກາຢູ່ຮ່ວມກັນຕ້ອງຍຶດໝັ້ນຫຼັກການເຄົາລົບເຊິ່ງກັນແລະກັນ ຢູ່ຮ່ວມກັນໂດຍສັນຕິ ແລະຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດນຳກັນ, ເປັນການຊີ້ທິດທີ່ຊັດເຈນໃຫ້ແກ່ການຂະຫຍາຍຕົວແຫ່ງການພົວພັນຈີນ-ອາເມຣິກາ. ທ່ານປະທານາທິບໍດີ ໂຈ ໄບເດັນໄດ້ໃຫ້ຄຳຕອບທີ່ຕັ້ງໜ້າໂດຍໃຫ້ຄຳໝັ້ນສັນຍາທີ່ສຳຄັນວ່າ“ບໍ່ສ້າງສົງຄາມເຢັນບັ້ນໃໝ່,ບໍ່ປ່ຽນແປງໂຄງປະກອບຂອງຈີນ,ບໍ່ເພີ່ມທະວີການພົວພັນກັບປະເທດພັນທະມິດເພື່ອຕໍ່ຕ້ານປະເທດຈີນ,ບໍ່ສະໜັບສະໜູນໃຫ້“ໄຕ້ຫວັນເປັນເອກະລາດ”ແລະອື່ນໆ”. ແຕ່ວ່າ ລັດຖະບານອາເມຣິກາຊຸດນີ້ຊ້ຳພັດມີການກະທຳທີ່ບໍ່ຄືກັບທ່າທີຂອງຕົນ,ຈີນຫວັງໃຫ້ອາເມຣິກາຈັດຕັ້ງປະຕິບັດຄຳໝັ້ນສັນຍາຂອງປະທານາທິບໍດີໄບເດັນຢ່າງແທ້ຈິງ.

ທ່ານຢາງເຈຊືຍັງໄດ້ບັນຍາຍຫຼັກໝັ້ນທີ່ເຄັ່ງຂຶມຂອງຈີນໃນບັນຫາຕ່າງໆທີ່ກ່ຽວຂ້ອງກັບເຂດຊິ່ນຈ່ຽງ,ເຂດຕິເບດ,ແລະຮົງກົງເປັນຕົ້ນ,ໂດຍຊີ້ໃຫ້ເຫັນວ່າ ບັນຫາເຫຼົ່ານີ້ແມ່ນກ່ຽວຂ້ອງກັບຜົນປະໂຫຍດທີ່ເປັນແກນກາງຂອງປະເທດຈີນ,ແມ່ນວຽກງານພາຍໃນຂອງປະເທດຈີນ,ບໍ່ອະນຸຍາດໃຫ້ອິດທິກຳລັງພາຍນອກເຂົ້າມາແຊກແຊງເດັດຂາດ.

Share this story on

Messenger Pinterest LinkedIn