ພາສາລາວ

ຈີນສະແດງຄວາມເອົາໃຈໃສ່ທີ່ສຸດຕໍ່ກໍລະນີຍີ່ປຸ່ນເກີດມີຫາງສຽງທີ່ຢາກລະເມີດ3ຫຼັກການປອດນິວເຄຼຍ

cri2022-03-15 11:52:59
Share
Share this with Close
Messenger Pinterest LinkedIn

ວັນທີ14ມີນານີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ໃນໄລຍະມໍ່ໆມານີ້,ຢູ່ປະເທດຍີ່ປຸ່ນໄດ້ເກີດມີຫາງສຽງທີ່ຢາກລະເມີດ3ຫຼັກການທີ່ປອດນິວເຄຼຍເລື້ອຍໆ,ຈີນໄດ້ສະແດງຄວາມເອົາໃຈໃສ່ທີ່ສຸດຕໍ່ກັບເລື່ອງນີ້,ແລະທວງໃຫ້ຍີ່ປຸ່ນຕ້ອງລະມັດລະວັງໃນດ້ານການປາກເວົ້າແລະການກະທຳ,ຕ້ອງໃຊ້ທ່າທີຮັບຜິດຊອບຕໍ່ການປົກປ້ອງສັນຕິພາບແລະຄວາມໝັ້ນຄົງຂອງພາກພື້ນ.

ຕາມຂ່າວແຈ້ງໃຫ້ຮູ້ວ່າ,ເມື່ອບໍ່ດົນມານີ້ ທ່ານຟຸມິໂອະ ກິຊິດະ ນາຍົກລັດຖະມົນຕີຍີ່ປຸ່ນກ່າວວ່າ: ສຳລັບນະໂຍບາຍຈັດວາງແລະຮ່ວມກັນນຳໃຊ້ນິວເຄຼຍຂອງອາເມຣິກາຢູ່ດິນແດນຍີ່ປຸ່ນນັ້ນ, ລັດຖະບານຍີ່ປຸ່ນບໍ່ຢາກຫາລືກັນ,ແຕ່ຖ້າຢາກໃຫ້ພັກການເມືອງ ເຊັ່ນ: ພັກເສລີແລະປະຊາທິປະໄຕເປັນຕົ້ນ ລວມທັງປະຊາຊົນຮ່ວມກັນຫາລືກັນ ນັ້ນແມ່ນບໍ່ມີບັນຫາ.

ຕໍ່ກັບເລື່ອງນີ້ ທ່ານຈ້າວລີ້ຈ່ຽນກ່າວວ່າ: ຈີນມີຄວາມເຫັນມາໂດຍຕະຫຼອດວ່າ, ຍີ່ປຸ່ນແມ່ນປະເທດປອດອາວຸດນິວເຄຼຍທີ່ໄດ້ເຊັນ“ສັນຍາບໍ່ແຜ່ຜາຍອາວຸດນິວເຄຼຍ”,ສະນັ້ນຕ້ອງປະຕິບັດພັນທະສາກົນບໍ່ແຜ່ຜາຍອາວຸດນິວເຄຼຍຢ່າງຕິດແທດຕົວຈິງ.

Share this story on

Messenger Pinterest LinkedIn