ພາສາລາວ

ຜະລິດຕະພັນກວດໄວພະຍາດໂຄວິດ-19ເອົາເອງ10ຊະນິດຂອງຈີນເຂົ້າສູ່ຕະຫຼາດຢ່າງເປັນທາງການ

cri2022-03-14 17:04:28
Share
Share this with Close
Messenger Pinterest LinkedIn

ວັນທີ13ມີນານີ້,ອົງການກວດກາຢາແຫ່ງຊາດຈີນໄດ້ອະນຸມັດການຮ້ອງຂໍຈົດທະບຽນຜະລິດຕະພັນກວດອັນທີເກນ ຫຼື ກວດໄວພະຍາດໂຄວິດ-19ອີກ5ຊະນິດ. ມາຮອດປັດຈຸບັນ, ຜະລິດຕະພັນກວດໄວພະຍາດໂຄວິດ-19 ເອົາເອງ10ຊະນິດຂອງຈີນໄດ້ເຂົ້າສູ່ຕະຫຼາດຢ່າງເປັນທາງການແລ້ວ.

ສຳລັບຜູ້ທີ່ຜົນເປັນບວກໃນການກວດໄວ,ບໍ່ວ່າມີອາການໃນດ້ານລະບົບຫາຍໃຈ ຫຼືຄີງຮ້ອນ ແລະອື່ນໆຫຼືບໍ່,ຄວນແຈ້ງໃຫ້ເຂດຊຸມຊົນຫຼືບ້ານແລະຕາແສງທີ່ຕົນເອງອາໄສຢູ່ນັ້ນທັນທີ, ເພື່ອໃຫ້ເຂດຊຸມຊົນຕິດຕໍ່ພົວພັນກັບສູນກອບກູ້ສຸກເສີນອີງຕາມປຶ້ມຄູ່ມືວຽກງານສົ່ງຜູ້ມີອາການຕິດເຊື້ອພະຍາດໂຄວິດ-19,ແລະສົ່ງໄປຮອດໂຮງໝໍທີ່ມີພະແນກຄີງຮ້ອນເພື່ອທຳການກວດຫາເຊື້ອໄວຣັສ. ພ້ອມກັນນັ້ນ,ໄມ້ສຳລີສຳລັບເກັບຕົວຢ່າງ, ທໍ່ເກັບຕົວຢ່າງ, ບັດກວດຫາທີ່ຜູ້ໄດ້ຜົນບວກໃຊ້ແລ້ວນັ້ນ ຈະບັນຈຸໃສ່ຖົງອັດແໜ້ນ ແລະສົ່ງໄປຊຳລະຢູ່ໂຮງໝໍໂດຍຖືເປັນຂີ້ເຫຍື້ອທາງການແພດ.

Share this story on

Messenger Pinterest LinkedIn