ພາສາລາວ

ດັດຊະນີຂົນສົງສິນຄ້າທີ່ຈັບຕ້ອງໄດ້ຂອງຈີນໃນເດືອນມັງກອນ ແລະເດືອນກຸມພາໄດ້ເພີ່ມຂຶ້ນຢ່າງວ່ອງໄວ

cri2022-03-14 15:39:49
Share
Share this with Close
Messenger Pinterest LinkedIn

ວັນທີ 14 ມີນານີ້, ສະຖາບັນຄົ້ນຄວ້າວິທະຍາສາດຂອງກະຊວງຄົມມະນາຄົມ ແລະຂົນສົ່ງຈີນໄດ້ເຜີຍແຜ່ດັດຊະນີຂົນສົ່ງ ແລະການຜະລິດຂອງຈີນໃນເດືອນມັງກອນ ແລະເດືອນກຸມພາທີ່ຜ່ານມາ. ອີງຕາມຕົວເລກສະແດງໃຫ້ເຫັນວ່າ: ດັດຊະນີຂົນສົ່ງສິນຄ້າທີ່ຈັບຕ້ອງໄດ້ຂອງຈີນໃນສອງເດືອນທຳອິດຂອງປີນີ້ໄດ້ເພີ່ມຂຶ້ນຢ່າງວ່ອງໄວ.

ໃນເດືອນມັງກອນ ແລະເດືອນກຸມພາທີ່ຜ່ານມາ, ຕົວເລກສະເລ່ຍຂອງດັດຊະນີຂົນສົ່ງ ແລະການຜະລິດຂອງຈີນແມ່ນ 153,8 ເພີ່ມຂຶ້ນ 4,4%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ຕົວເລກສະເລ່ຍຂອງດັດຊະນີຂົນສົງສິນຄ້າທີ່ຈັບຕ້ອງໄດ້ແມ່ນ 188,2 ເພີ່ມຂຶ້ນ 4,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ເຊິ່ງເປັນຈັງຫວະການເຕີບໂຕໄວທີ່ສຸດໃນຮອບເຄິ່ງປີມານີ້.

ດັດຊະນີຂົນສົ່ງ ແລະການຜະລິດຂອງຈີນແມ່ນຖືເອົາປະລິມານຂົນສົ່ງຜູ້ໂດຍສານ ແລະສິນຄ້າທີ່ຈັບຕ້ອງໄດ້ຂອງທາງລົດໄຟ, ທາງຫຼວງ, ທາງນ້ຳ ແລະການບິນພົນລະເຮືອນເປັນດັດຊະນີພື້ນຖານ, ໂດຍໄດ້ສະແດງໃຫ້ເຫັນເຖິງສະພາບລວມຂອງຂະແໜງການຄົມມະນາຄົມ ແລະຂົນສົ່ງຂອງຈີນ.

Share this story on

Messenger Pinterest LinkedIn