ພາສາລາວ

ງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງອັດລົງໃນມື້ນີ້

cri2022-03-13 15:17:38
Share
Share this with Close
Messenger Pinterest LinkedIn

ວັນທີ 13 ມີນານີ້, ງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ 2022 ຈະອັດລົງ ໂດຍຈະຈັດພິທີຢູ່ສະໜາມກິລາແຫ່ງຊາດຈີນ ກໍ່ຄືຮັງນົກ.

ທ່ານຈ່າງຢີ້ໂມ໋ຫົວໜ້າຜູ້ກຳກັບການສະແດງຂອງພິທີອັດງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ 2022 ກ່າວວ່າ, ເຄື່ອງໝາຍຮູບມົນແມ່ນເຄື່ອງໝາຍທີ່ປະຈັກຕາທີ່ສຸດ ມັນຈະກາຍເປັນຈຸດຮຸ່ງຂອງພິທີອັດງານກິລາເທື່ອນີ້.

ຄວາມອົບອຸ່ນເປັນຄວາມຊົງຈຳທີ່ລືມຍາກໃນຊີວິດຂອງຄົນເຮົາ. ຄວາມຕະຫຼອດກາລະນານ ເປັນຄວາມປາຖະໜາທີ່ດີງາມຂອງທົ່ວມວນມະນຸດ.ສະນັ້ນ, ຫົວຂໍ້ຂອງພິທີອັດງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງຄັ້ງນີ້ກໍ່ແມ່ນ “ຕະຫຼອດກາລະນານໃນຄວາມອົບອຸ່່ນ”.

ພິທີອັດງານກິລາຈະສຳເລັດພາຍໃນເວລາ 50 ນາທີ, ສ່ວນນັກສະແດງມີຈຳນວນຫຼາຍກວ່າ 60% ເປັນຄົນພິການ.

Share this story on

Messenger Pinterest LinkedIn